spot_img
Homeຂ່າວພາຍ​ໃນບົດສຳພາດຂອງ ທ່ານນາງ ດາລາພອນ ພົນເສນາ ເຈົ້າຂອງຮ້ານອາຫານຄົວລາວ

ບົດສຳພາດຂອງ ທ່ານນາງ ດາລາພອນ ພົນເສນາ ເຈົ້າຂອງຮ້ານອາຫານຄົວລາວ

Published on

ທຸລະກິດຮ້ານອາຫານ ແລະ ທ່ອງທ່ຽວ ຖືໄດ້ວ່າເປັນທຸລະກິດທີ່ໄດ້ຮັບຜົນກະທົບໂດຍກົງຈາກ ໂຄວິດ-19 ເຮັດໃຫ້ຫຼາຍໆຄົນ ຫຼື ນັກທ່ອງທ່ຽວມີຄວາມກັງວົນຕໍ່ຄວາມປອດໄພ ແລະ ຄວາມສະອາດດ້ານສຸຂະນະໄມເປັນຫຼັກ ຈຶ່ງກໍ່ໃຫ້ເກີດໂຄງການ LaoSafe ທີ່ຈະເຂົ້າມາດູແລມາດຕະຖານທາງດ້ານສຸຂະນະໄມ ໃຫກັບບັນດາທຸລະກິດໃນຂະແໜງການທ່ອງທ່ຽວ ເພື່ອສ້າງຄວາມໝັ້ນໃຈດ້ານສາທາລະນະສຸກໃຫ້ກັບນັກທ່ອງທ່ຽວທີ່ຈະເຂົ້າມາໃຊ້ບໍລິການທຸລະກິດຕ່າງໆນັ້ນເອງ.

ມື້ນີ້ທາງທີມງານລາວໂພສມີໂອກາດໄດ້ສຳພາດ ທ່ານ ນາງ ດາລາພອນ ພົນເສນາ ເຈົ້າຂອງຮ້ານອາຫານຄົວລາວ ເຊິ່ງເພິ່ນຈະມາເວົ້າຜົນດີໃນການເຂົ້າຮ່ວມໂຄງການ LaoSafe ສູ່ກັນຟັງ
ຖາມ: ແນະນໍາຮ້ານອາຫານຄົວລາວໃຫ້ຜູ້ອ່ານຮູ້ຈັກແດ່?
ຮ້ານອາຫານຄົວລາວ ເປັນຮ້ານທີ່ຈະນໍາສະເໜີອາຫານລາວເປັນຫຼັກ ແລະ ຍັງມີຫ້ອງປະຊຸມເພື່ອໃຫ້ຈັດງານສໍາມະນາອີກດ້ວຍ ຄົວລາວ ໄດ້ເປີດໃຫ້ບໍລິການມາ 28 ປີແລ້ວ ນັບຕັ້ງແຕ່ປີ 1994, ສະຖານທີ່ຕັ້ງຢູ່ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ຖາມ: ເອື້ອຍຮູ້ຈັກໂຄງການ LaoSafe ນີ້ໄດ້ແນວໃດ?
ໄດ້ຍິນໂຄງການນີ້ມາດົນແລ້ວຕັ້ງແຕ່ໃນໄລຍະກາງປີ 2019 ທີ່ເພີ່ນໄດ້ຕິດຕໍ່ ຮ້ານອາຫານໃນນະຄອນຫຼວງວຽງຈັນຫຼາຍຮ້ານ ໄປປະຊຸມກັບໂຄງການວ່າຈະສ້າງມາດຕະຖານ ຄວາມປອດໄພໃນລະດັບປະເທດ ໂດຍຮ່ວມມືກັບທາງກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງສອບຖາມທາງຮ້ານວ່າສົນໃຈສົ່ງຄົນໄປຮຽນບໍ່? ເລີຍຕອບວ່າມີຄວາມສົນໃຈຫຼາຍ ແລະໄດ້ເຂົ້າຮ່ວມໂຄງການໃນທ້າຍປີ 2020.

ຖາມ: LaoSafe ມີຜົນດີຫຍັງຕໍ່ທຸລະກິດຂອງເອື້ອຍແນ່ ?
ມີຜົນດີຫຼາຍດ້ານ ເພາະເພິ່ນໄດ້ແນະນໍາພວກເຮົາຫຼາຍໆຢ່າງເຊັ່ນ: ດ້ານພາຍໃນ ທາງຮ້ານແລະ ພະນັກງານກໍໄດ້ຄວາມຮູ້ໃນການປ້ອງກັນຕົນເອງ, ຮັກສາຄວາມສະອາດໃຫ້ໄດ້ຕາມມາດຕະຖານສາກົນ ທັງຍັງມີການກຽມຄວາມພ້ອມໃນການໃຊ້ມາດຕະການປ້ອງກັນພະຍາດ ໂຄວິດ 19 ສໍາລັບພະນັກງານ ມີການກວດວັດອຸນຫະພູມ ໃນທຸກໆມື້ ຂ້າເຊື້ອ ແລະ ເວັ້ນໄລຍະຫ່າງ, ໃນກໍລະນີທີ່ຄົນນອກມາສົ່ງອາຫານ ຫຼື ນ້ຳກ້ອນຕ້ອງໄດ້ມີການຈົດຊື່ເບີໂທ ແລະ ຂໍວັດອຸນຫະພູມເຊັ່ນດຽວກັນ
ສຳລັບດ້ານພາຍນອກ ຮ້ານອາຫານຄົວລາວແມ່ນມີມາດຕະການປ້ອງກັນ ເພາະກ່ອນໜ້າທີ່ຈະມີໂຄວິດຈະມີທັງແຂກຄົນລາວ ແລະ ຕ່າງປະເທດ ເຊິ່ງກວມເອົາ 30% ຂອງຮ້ານແມ່ນ ແຂກຕ່າງປະເທດ ເຊິ່ງໃນປັດຈຸບັນ, ປະເທດກຳລັງຈະເປີດ ແລະ ມີນັກທ່ອງທ່ຽວທີ່ຈະເຂົ້າມາຫຼາຍ ເຂົາເຈົ້າກໍຕ້ອງການຄວາມແນ່ໃຈວ່າຮ້ານທີ່ຈະໄປມີຄວາມປອດໄພ ແລະ ມີວິທີປ້ອງກັນທີ່ໄດ້ມາດຕະຖານ. ໃນນັ້ນມີບໍລິສັດທົວ ທີ່ເປັນຄູ່ຮ່ວມສັນຍາທີ່ເຮັດວຽກມາຫຼາຍປີແລ້ວເພີ່ນກໍໄດ້ສອບຖາມວ່າຕອນນີ້ຢູ່ລາວມີມາດຕະການຮັບຮອງແລ້ວຫຼືຍັງ ຄືຢູ່ປະເທດອ້ອມຂ້າງຫຼາຍໆປະເທດກໍມີແລ້ວ ເຊິ່ງໃນຕອນນີ້ກໍໄດ້ຮັບການຢັ້ງຢືນຈາກ LaoSafe ແລ້ວເຊິ່ງຈະສ້າງຄວາມໝັ້ນໃຈໃຫ້ເຂົາເຈົ້າໃນເວລາສ້າງແຜນທ່ອງທ່ຽວມາວ່າຈະພານັກທ່ອງທ່ຽວໄປກິນຢູ່ໃສແນ່ ຈຶ່ງຈະມີຄວາມປອດໄພ

ຖາມ: ເອື້ອຍມີຄວາມຮູ້ສຶກແນວໃດທີ່ໄດ້ເຂົ້າຮ່ວມໂຄງການ LaoSafe
ຮູ້ສຶກດີໃຈຫຼາຍທີ່ເພີ່ນໃຫ້ໂອກາດໃຫ້ເຮົາໄດ້ໄປຮຽນຮູ້ນຳ ແລະ ທາງຮ້ານເຮົາເປັນ 1 ໃນ 5 ຮ້ານທຳອິດຂອງໂຄງການນີ້ກໍມີຄວາມພາກພູມໃຈຫຼາຍທີ່ເພີ່ນໄດ້ເຫັນຄວາມສຳຄັນຂອງເຮົາແລະໄດ້ເຂົ້າມາຊ່ວຍ. ເຊື່ອວ່າຍັງມີຫຼາຍພາກສ່ວນທຸລະກິດທີ່ຢາກເຂົ້າໄປຮຽນຮູ້ ແລະ ຢາກໄດ້ໃບຍັ້ງຍືນຂອງໂຄງການນີ້ ແຕ່ເນື່ອງຈາກຄວາມຈຳກັດທາງບຸກຄະລາກອນ ຕ້ອງໃຊ້ຄູຝຶກຫຼາຍທ່ານ ເຊິ່ງໃຊ້ເວລາໃນການສອນ 2 ມື້ ແລະ ມີການກວດສອບ ຖ້າບໍ່ຜ່ານກໍໄດ້ລົງມາສອນໃໝ່ ເຊິ່ງກໍໃຊ້ເວລາດົນພໍສົມຄວນ.

ຖາມ: ຂັ້ນຕອນໃນການຮັບໃບຍັ້ງຍືນມີຄືແນວໃດ
ຂັ້ນຕອນໃນການຮັບໃບຢັ້ງຍືນແມ່ນມີຫຼາຍຂັ້ນຕອນກວ່າໂຄງການອື່ນໆທີ່ໄດ້ລອງມາ ເພາະວ່າ ເພີ່ນໄດ້ມີການລົງສອນຕົວຈິງທຽບໃສ່ໂຄງການອື່ນແມ່ນຕ້ອງໄດ້ສົ່ງຕົວແທນໄປເຂົ້າຟັງ 2 ຄົນຕໍ່ຮ້ານຫຼັງຈາກນັ້ນກໍກັບມາເລົ່າສູ່ກັນຟັງ ເຊິ່ງກໍມີປະສິດທິພາບໄດ້ໃນລະດັບໜຶ່ງ ແຕ່ທີ່ LaoSafe ເພີ່ນລົງມາສອນທຸກໆຄົນຢູ່ຮ້ານນັບຕັ້ງແຕ່ຜູ້ຈັດການ, ພະນັກງານເສີບ, ຜູ້ອານາໄມ, ແມ່ບ້ານ, ແມ່ຄົວ ແລະ ຜູ້ຊ່ວຍຄົວຕ້ອງໄດ້ຮູ້ພ້ອມກັນໝົດ ຫຼັງຈາກນັ້ນເພີ່ມກໍມີການກວດສອບວ່າຜ່ານການທົດສອບໝົດທຸກຂໍ້ຫຼືຍັງ ແລະ ອາທິດຕໍ່ມາຈະມີການກວດສອບໃໝ່ອີກຄັ້ງ.

ຖາມ: ສຸດທ້າຍນີ້ເອື້ອຍຢາກຝາກຫຍັງເຖິງຜູ້ທີ່ຍັງບໍ່ໄດ້ເຂົ້າຮ່ວມ ຫຼື ຍັງລັງເລໃນການເຂົ້າຮ່ວມຢູ່
ຢາກໃຫ້ຢາດໂອກາດນີ້ໄວ້ເນື່ອງຈາກວ່າເພີ່ນມີຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໃນການລົງມາສອນໃນພາກທຸລະກິດມີແຕ່ໄດ້ກັບໄດ້ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໂດຍບໍ່ມີຄ່າໃຊ້ຈ່າຍຫຍັງ ເພີ່ມຄວາມໝັ້ນໃຈໃຫ້ທຸລະກິດ ແລະ ລູກຄ້າທີ່ມາໃຊ້ບໍລິການ ເພາະທາງຮ້ານໄດ້ຮຽນຮູ້ພາກທິດສະດີ ແລະ ປະຕິບັດແທ້ຈິງ
ຖ້າທຸລະກິດໃດທີ່ຕ້ອງການເຂົ້າຮ່ວມໂຄງການ LaoSafe ສາມາດດາວໂຫຼດໃບສະໝັກໄດ້ທີ່ https://www.tourismlaos.org/join-laosafe/ ຫຼື ສາມາດເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່ ເພຈ LaoSafe

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...