Homeຂ່າວຕ່າງປະເທດສະເໜີເລືອກຕັ້ງສະພາ​ຜູ້ແທນປະຊາຊົນ​ໄທໃນເດືອນພະຈິກ

ສະເໜີເລືອກຕັ້ງສະພາ​ຜູ້ແທນປະຊາຊົນ​ໄທໃນເດືອນພະຈິກ

Published on

ການ​ເລືອກ​ຕັ້ງ​ອາດ​ຈະ​ຈັດ​ຂຶ້ນ​ຢູ່​ໄທ​ໃນ​ທ້າຍ​ປີ​ນີ້ ​ອັນເນື່ອງ​ມາຈາກ​ການ​ສະ​ເໜີ​ໃຫ້​ຍຸບ​ເລີກສະພາ​ຜູ້ແທນປະຊາຊົນຂອງໄທ.
ທ່ານ ປຣາວິດ ວົງສຸວັນ ຮອງນາຍົກລັດຖະມົນຕີໄທ ສະເໜີວ່າ: ຄວນຍຸບເລີກສະພາຜູ້ແທນລາຊະດອນໄທໃນເດືອນພະຈິກ ພາຍຫຼັງກອງປະຊຸມຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື (APEC) ທີ່ໄທເປັນເຈົ້າພາບ.

ສໍານັກຂ່າວ ຣອຍເຕີຣສ໌ (Reuters) ລາຍງານວ່າ: ທ່ານ ປຣາວິດ ວົງສຸວັນ ໄດ້ພົບປະກັບບັນດາສະມາຊິກລັດຖະສະພາຈາກພັນທະມິດ 17 ພັກ ໃນວັນຈັນນີ້ ເພື່ອປຶກສາຫາລືກ່ຽວກັບການຍຸບເລີກສະພາທີ່ເປັນໄປໄດ້. ທ່ານ ປຣາວິດ ວົງສຸວັນ ກ່າວ​ວ່າ ​ໃນ​ທີ່​ສຸດ​ການ​ຕັດສິນ​ໃຈ​ທີ່​ຈະ​ຍຸບເລີກ​ສະພາ​ຜູ້​ແທນ​ປະຊາຊົນ ​ແລະ ​ການ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃນພາຍຫຼັງ​ແມ່ນ​ຂຶ້ນ​ກັບ​ນາຍົກລັດຖະມົນຕີ ທ່ານ ປະຍຸດ ຈັນໂອຊາ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ບໍ່​ໄດ້​ປະ​ກາດ​ວ່າ ​ທ່ານ​ສະ​ຫນັບ​ສະ​ຫນູນ​ຂໍ້​ສະ​ເຫນີ​, ໂດຍ​ເວົ້າ​ວ່າ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ຂຶ້ນ​ກັບ​ສະ​ຖາ​ນະ​ການ​.
ການເລືອກຕັ້ງປີ 2022 ທີ່ສະເໜີໄວ້ຈະເປັນຄັ້ງທຳອິດທີ່ຈະນຳໃຊ້ລະບົບການລົງຄະແນນສຽງ 2 ແບບໃໝ່. ນັກວິຈານກ່າວວ່າ ລະບົບການລົງຄະແນນສຽງໃໝ່ນີ້ ຈະກີດກັນເຮັດໃຫ້ພັກນ້ອຍໆບໍ່ໃຫ້ໄດ້ຮັບຕຳແໜ່ງໃນສະພາຜູ້ແທນ.

ທ່ານ ພົນເອກ ປະຍຸດ ຈະ​ພົບ​ປະ​ກັບຫົວໜ້າພັກ​ໃນ​ວັນ​ພະ​ຫັດ​ນີ້​ ເພື່ອ​ປຶກ​ສາ​ຫາ​ລືກ່ຽວກັບ​ສະ​ພາບ​ການ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ໄດ້​ປະຕິ​ເສດ​ການ​ຮຽກຮ້ອງ​ໃຫ້​ປ່ຽນ​ລະບົບ​ການ​ເລືອກ​ຕັ້ງ​ໃໝ່, ​ໂດຍ​ກ່າວ​ວ່າ ມັນ​ຊ້າ​ເກີນ​ໄປ​ທີ່​ຈະ​ແກ້​ໄຂ​ຮ່າງ​ລັດຖະທຳ​ມະນູນ​ທີ່​ກຳນົດ​ການ​ເລືອກ​ຕັ້ງ​ໃໝ່.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...