spot_img
Homeຂ່າວຕ່າງປະເທດອາດີດແຂ້ງບາງກອງເອັພຊີ ຟັນສອກຄູ່ແຂ່ງລົ້ມທັງຢືນ

ອາດີດແຂ້ງບາງກອງເອັພຊີ ຟັນສອກຄູ່ແຂ່ງລົ້ມທັງຢືນ

Published on

ຈາກເຫດການທີ່ໂຫດຮ້າຍໃນການແຂ່ງຂັນບານເຕະ ໄທລີກ 3 ຮອບແຊ້ມປ້ຽນລີກ 2021-22 ເຂດລຸ່ມ, ເກມທໍາອິດທີ່ ມະຫາວິທະຍາໄລນອສກຸງເທບ ເປີດບ້ານເອົາຊະນະ ບາງກອກ ເອັຟຊີ 3-0 ເມື່ອວັນທີ 13 ມີນາ 65 ທີ່ຜ່ານມາ ເຊິ່ງມີຈັງຫວະດັ່ງກ່າວມາດ້ວຍການຫຼິ້ນນອກເກມຂອງ ອີຊາເຣັດ ນ້ອຍໃຈບຸນ ໝາຍເລກ 6 ບາງກອກ ເອັຟຊີ, ເຈດຕະນາຟັນສອກໃສ່ໜ້າ ສຸພາສັນ ເຮືອງສຸພານິມິດ ໝາຍເລກ 33 ມະຫາວິທະຍານອສກຸງເທບ ໃນຊ່ວງທົດເວລາ 90+3 ກ່ອນທີ່ຜູ້ຕັດສິນ ວີເພັດ ເທນທອງ ກຳມະການດີກີລະດັບໄທລີກ ຈະໃຫ້ໃບແດງທັນທີ ເພື່ອຂັບໄລ່ ອີຊາເຣັດ ນ້ອຍໃຈບຸນ ອອກຈາກສະໜາມ. ພ້ອມມອບໃບເຫຼືອງໃຫ້ ສຸພາສັນ ເຮືອງສຸພານິມິດ ເນື່ອງຈາກມີການຟາວ์ກ່ອນຄືກັນ ແຕ່ຮູບທີ່ອອກມາ ເຮັດໃຫ້ວົງການບານເຕະໄທເບິ່ງບໍ່ດີໃນທັນທີດ້ວຍການກະທຳທີ່ຂາດສະຕິຂອງແຂ້ງບາງກອກລາຍນີ້

ອີຊາເຣັດ ໃຫ້ສຳພາດຕໍ່ເຫດການດັ່ງກ່າວວ່າ: “ໃນຈັງຫວະນັ້ນມັນເປັນອາລົມຊົ່ວວູບ ຄິດ​ຈະຫຼິ້ນບານຢ່າງດຽວເພາະບານເປັນຝ່າຍຕາມຫຼັງຢູ່ ຂ້ອຍຂໍ​ໂທດທາງ ສຸພາສັນ ເຮືອງສຸພານິມິດ ນັກເຕະທີມ ມະຫາວິທະຍາໄລນອສກຸງເທບ ລວມທັງຜູ້ກອງເຊຍທັງສອງຝ່າຍ, ຍອມຮັບຄວາມຜິດຄົນດຽວທີ່ຂ້ອຍຄິດເລັກນ້ອຍ ເຮັດໂດຍບໍ່ຄິດ.”

“ໃນຈັງຫວະນັ້ນບານໄດ້ອອກໄປແລ້ວ ຂ້ອຍເຫັນວ່ານ້ອງຊາຍມາຫຼິ້ນນອກເກມ. ຂ້ອຍແລ່ນເຂົ້າໄປເບິ່ງວ່ານ້ອງຈະຂໍໂທດຫຼືບໍ່ ແຕ່ລາວບໍ່ໄດ້ຂໍໂທດຂ້ອຍເລີຍ ຂ້ອຍຢູ່ໃນອາລົມຊົ່ວວູບ ມັນໄວຫຼາຍຫຼັງຈາກນັ້ນຂ້ອຍກໍເຮັດມັນ”

ສ່ວນເລື່ອງທີ່ບາງກອກ ເອັຟຊີ ຍົກເລີກສັນຍາໃນທັນທີນັ້ນ ອີຊາເຣັດ ເປີດເຜີຍວ່າ: ຕອນນີ້ບໍ່ໄດ້ວາງແຜນໄວ້ ຂ້ອຍຍັງຄິດບໍ່ອອກຂ້ອຍຕ້ອງການຢູ່ງຽບໆ ແລະ ຢູ່ຄົນດຽວ ສິ່ງທີ່ຂ້ອຍໄດ້ເຮັດແມ່ນຂ້ອນຂ້າງຮຸນແຮງພໍສົມຄວນ ຂ້ອຍຄິດພຽງແຕ່ຈະເຂົ້າໄປຫານ້ອງ ແລະ ຕິດຕໍ່ກັບສະໂມສອນ.

ສຸດທ້າຍນີ້ກໍຢາກຝາກເຖິງນັກເຕະບານຮຸ່ນນ້ອງຢ່າເຮັດຄືຂ້ອຍ ມັນແມ່ນຕົວຢ່າງທີ່ບໍ່ດີ, ຄວນຄວບຄຸມອາລົມຕົນເອງ ແລະ ຄວນມີລະບຽບວິໄນໃຫ້ຫຼາຍຂຶ້ນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...