Homeຂ່າວພາຍ​ໃນກຳນົດແລ້ວມື້ເປີດ-ປິດ ງານກິລາແຫ່ງຊາດຄັ້ງທີ XI

ກຳນົດແລ້ວມື້ເປີດ-ປິດ ງານກິລາແຫ່ງຊາດຄັ້ງທີ XI

Published on

ຄະນະນຳກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຄະນະນໍາແຂວງຊຽງຂວາງ ຈັດກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມໃຫ້ແກ່ການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໂດຍທີ່ປະຊຸມຕົກລົງເຫັນດີຮັບຮອງເອົາຫຼາຍບັນຫາໃນນີ້ລວມທັງການກໍານົດພິທີເປີດ-ປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI (ມື້ເປີດວັນທີ 13 ທັນວາ 2022 ແລະ ມື້ປິດ ວັນທີ 22 ທັນວາ 2022), ເຫັນດີໃຫ້ຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ແລະ ເຫັນດີໃຫ້ໂຈະການເຄື່ອນໄຫວກິດຈະກຳເຍົາວະຊົນທັນວາ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ເພື່ອຮັກສາສຸຂະພາບລູກຫຼານຂອງເຍົາວະຊົນ ແລະ ຫຼີກລ່ຽງການຕິດເຊື້ອພະຍາດໂຄວິດ-19.

ກອງປະຊຸມຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 7 ມີນາ 2022 ທີ່ຫ້ອງປະຊຸມພະ ແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ພາຍໃຕ້ການເປັນປະທານຂອງ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກຳມະການຮັບຜິດຊອບຝ່າຍຕ່າງໆ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຈາກຂັ້ນສູນກາງ ແລະ ຂັ້ນແຂວງຢ່າງພ້ອມພຽງ.

ໃນກອງປະຊຸມຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ເອກະພາບກັນຕໍ່ກັບໜ້າວຽກທີ່ສໍາຄັນທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເປັນຮູບປະທໍາ ເປັນຕົ້ນແມ່ນ ໄດ້ຮັບຮອງເອົາຮ່າງວາລະກະກຽມກອງປະຊຸມຄະນະລະດັບຊາດ ຄັ້ງທີ V; ເນື້ອໃນ ແລະ ເປົ້າໝາຍແຂກເຂົ້າຮ່ວມ ແນໃສ່ອາທິດທີ IV ຂອງເດືອນມີນາ 2022 ຫຼື ອາທິດທີ I ຂອງເດືອນເມສາ 2022;

ກໍານົດພິທີເປີດ-ປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI (ມື້ເປີດວັນທີ 13 ທັນວາ 2022 ແລະ ມື້ປິດ ວັນທີ 22 ທັນວາ 2022); ຮູບແບບການຈັດການແຂ່ງຂັນກິລາແຕ່ລະປະເພດແບ່ງອອກເປັນ 5 ໝວດ ໂດຍເລີ່ມ ຕົ້ນການແຂ່ງຂັນແຕ່ຕົ້ນເດືອນພະຈິກ ຫາ ທ້າຍເດືອນທັນວາ 2022 ແລະ ຈັດການແຂ່ງຂັນບາງປະເພດກິລາ ໃນໄລຍະທີ່ເປີດ-ປິດ ໃນງານດັ່ງກ່າວ;

ເຫັນດີໃຫ້ຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ໂດຍມອບໝາຍໃຫ້ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຮີບຮ້ອນປັບປຸງແຜນເຄື່ອນໄຫວໃຫ້ທັນຕາມກໍານົດເວລາ;

ເຫັນດີໃຫ້ໂຈະການເຄື່ອນໄຫວກິດຈະກຳເຍົາວະຊົນທັນວາ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ເພື່ອຮັກສາສຸຂະພາບລູກຫຼານຂອງເຍົາວະຊົນ ແລະ ຫຼີກລ່ຽງການຕິດເຊື້ອພະຍາດໂຄວິດ-19;

ເຫັນດີປັບປຸງບາງກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆຄືນໃໝ່ ຕາມຄວາມເໝາະສົມ; ເຫັນດີປັບປຸງແຜນການເຄື່ອນໄຫວ ແລະ ແຜນດໍາເນີນງານຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຄືນ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ; ຄະນະກໍາມະການຝ່າຍຕ່າງໆຮີບຮ້ອນຈັດສັນງົບປະມານຮັບໃຊ້ຄືນໃໝ່ ເພື່ອໃຫ້ແທດເໝາະກັບໜ້າວຽກທີ່ຈໍາເປັນ ບົນພື້ນຖານການປະຢັດ-ມັດທະຍັດ.

ພ້ອມດຽວກັນນັ້ນ, ກໍາມະການຝ່າຍຕ່າງໆໃຫ້ສືບຕໍ່ປັບປຸງແຜນວຽກ, ແຜນງົບປະມານຂອງຕົນຮັບຜິດຊອບໃຫ້ສໍາເລັດພາຍໃນອາທິດທີ III ຂອງເດືອນມີນາ 2022 ນີ້,

ນອກນັ້ນຍັງມີໜ້າວຽກອື່ນໆທີ່ປິ່ນອ້ອມທີ່ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຍົກຂຶ້ນມາປຶກສາຫາລື ເພື່ອເປັນແນວທາງໃຫ້ແກ່ການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ດຳເນີນໄປຢ່າງຄ່ອງຕົວ ແລະ ຮັບປະກັນຜົນສໍາເລັດ.

ໂດຍ: ຄານສີສະຫວັນ ແຂວງຊຽງຂວາງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...