Homeຂ່າວພາຍ​ໃນຄະນະກໍາມະການສາມຝ່າຍ ສະເໜີລັດຖະບານ ພິຈາລະນາການປັບຄ່າແຮງຂັ້ນຕ່ຳ

ຄະນະກໍາມະການສາມຝ່າຍ ສະເໜີລັດຖະບານ ພິຈາລະນາການປັບຄ່າແຮງຂັ້ນຕ່ຳ

Published on

ອີງຕາມການລາຍງານຈາກສຳນັກຂ່າວ Vientiane time ລາຍງານວ່າ: ເມື່ອວັນທີ 4 ມີນາ 2022 ທີ່ຜ່ານມານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໄດ້ຈັດກອງປະຊຸມ 3 ຝ່າຍ ຮ່ວມກັນ ເພື່ອປືກສາກ່ຽວກັບການປັບຂຶ້ນຄ່າແຮງຂັ້ນຕໍ່າ ໂດຍການເປັນປະທານຂອງ ທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ທ່ານ ນາງ ອາລີ ວົງບຸນທໍາ ປະທານຄະນະບໍລິຫານ ສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ.

ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ໄດ້ກ່າວທີ່ກອງປະຊຸມວ່າ: ຜົນກະທົບທີ່ເກີດຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທຸລະກິດ,ການຜະລິດ ຫ ແລະ ການບໍລິການຖືກບປິດລົງ ຫຼື ຖືກໂຈະໂດຍບໍ່ມີກໍານົດເວລາ ເຮັດໃຫ້ຜູ້ອອກແຮງງານລາວ ກໍຕ້ອງໄດ້ອອກຈາກວຽກ ຫຼື ໂຈະການເຮັດວຽກ ເປັນຈໍານວນຫຼວງຫຼາຍ ເຮັດໃຫ້ອັດຕາການວ່າງງານ ເລີ່ມຈາກ 9,7% ມາເປັນ 21,8% ໃນທ້າຍປີ 2021.

ທ່ານ ນາງ ໃບຄໍ ຍັງໄດ້ກ່າວຕື່ມວ່າ: ໄດ້ມອບໝາຍໃຫ້ສາມອົງການຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ຫນ້າທີ່ຂອງຕົນ ແນໃສ່ການສ້າງຜົນປະໂຫຍດຮ່ວມກັນ ຕາມແນວທາງປ່ຽນໄປໃຫມ່ຮອບດ້ານ ແລະ ມີຫຼັກການຂອງລັກ ນັ້ນຄື ການສ້າງ ແລະ ພັດທະນາສີມືແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການ ຂອງຕະຫຼາດແຮງງານ, ສົ່ງເສີມການມີວຽກເຮັດງານທຳທີ່ມີຄຸນຄ່າ ຂະຫຍາຍການປົກຄຸມດ້ານການປະກັນສັງຄົມ ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ເພື່ອກ້າວເຂົ້າສູ່ການບັນລຸຕາມຄາດໝາຍການພັດທະນາແບບຢືນຍົງ ໂດຍສະເພາະຄາດໝາຍທີ 8 ຂອງສາກົນ.

ກອງປະຊຸມຄັ້ງນີ້ມີການກໍານົດບັນດາຫນ້າວຽກຕົ້ນຕໍ ທັງຫມົດ 12 ຫນ້າວຽກ, ໃນນັ້ນ ການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ໃຫ້ຜູ້ອອກແຮງງານພາກວິສາຫະກິດ ເປັນບຸລິມະສິດຫນຶ່ງທີ່ໄດ້ມີການຄົ້ນຄວ້າຄ່າແຮງງານຕ່ຳສຸດ ເຊິ່ງຄະນະກໍາມະການສາມຝ່າຍຂັ້ນສູນກາງ ໄດ້ດໍາ ເນີນການຄົ້ນຄວ້າ ພິຈາລະນາ ການປັບປຸງຄ່າແຮງງານຂັ້ນຕໍ່າສຸດຢູ່ ສປປ ລາວ, ແຕ່ດ້ວຍເງື່ອນໄຂ ແລະ ຄວາມພ້ອມຕ່າງໆຍັງບໍ່ອໍານວຍ ສະພາການຄ້າ ແລະ ອຸດສາ ຫະກໍາແຫ່ງຊາດລາວ ຈຶ່ງສະເຫນີເປັນ ວັນທີ 1 ເດືອນພຶດສະພາ 2023, ນັ້ນກໍເປັນພຽງຂໍ້ສະຫຼຸບ ທີ່ຍັງຕ້ອງສະເຫນີໃຫ້ລັດຖະບານ ພິຈາລະນາຄືນອີກຄັ້ງຫນຶ່ງ ກ່ອນຈະມີການປະກາດຢ່າງເປັນທາງການ.

ຂໍ້ມູນ-ພາບ: ກະຊວງ ຮສສ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...