spot_img
Homeຂ່າວທ້ອງຖິ່ນອົງການ WCS ອານຸລັກແຂ້ນ້ຳຈືດຈຳນວນ 47 ໂຕ

ອົງການ WCS ອານຸລັກແຂ້ນ້ຳຈືດຈຳນວນ 47 ໂຕ

Published on

ໃນວັນທີ 4 ມີນາ 2022 ທີ່ຜ່ານມາ: ອົງການອານຸລັກສັດປ່າ ປະຈຳ ສປປ ລາວ ລົງເຮັດວຽກຢູ່ທີ່ດິນບໍລິເວນນໍ້າຣາມຊາເຊ ເມືອງຈໍາພອນ ແຂວງສະຫວັນນະເຂດ ເພື່ອວັດແທກ, ຊັ່ງນ້ຳໜັກ ແລະ ລະບຸເພດຂອງ ແຂ້ນໍ້າຈືດ (Crocodylus siamensis) ຈຳນວນ 47 ໂຕ, ຢູ່ບໍລິເວນນໍ້າຣາມຊາເຊຈໍາພອນ. ໂດຍການເຂົ້າຮ່ວມຂອງທ່ານ Dr. Steve Platt (ຜູ້ຊ່ຽວຊານສັດເລືອຄານ ຈາກWCS) ແລະ ທ່ານ ອຸດົມໄຊ ທົງສະຫວັດ (ຜູ້ຈັດການແຜນງານສະຫວັນນະເຂດ ຂອງWCS), ທ່ານນາງ ສຸນັນທາ ບຸດຊາກິດຕິລາດ (ວິຊາການຊີວະນາໆພັນ ຈາກWCS), ພ້ອມດ້ວຍ ທ່ານ ທິບພະຈັນ ພັນທະລັງສີ ຄູ່ຮ່ວມງານຈາກ ພະແນກກະສິກໍາແລະປ່າໄມ້ ແຂວງ ແລະ ຄະນະກຳມະການອະນຸລັກບ້ານຕານສຸມ.

ຫຼັງຈາກນັ້ນ ກໍໄດ້ເຄື່ອນຍ້າຍແຂ້ເຫຼົ່ານີ້ໄປຢູ່ບ່ອນປັບຕົວຊົ່ວຄາວ ໃນທີ່ດິນບໍລິເວນນໍ້າເຊຈໍາພອນ ໃກ້ກັບບ້ານຕານສຸມ ເຊິ່ງແຂ້ຈະຄ່ອຍປັບຕົວຢູ່ທີ່ນັ້ນເປັນເວລາ 1-2 ເດືອນ ເພື່ອໃຫ້ຄຸ້ນເຄີຍກັບແຫຼ່ງນໍ້າ ແລະ ຖິ່ນທີ່ຢູ່ອາໄສ ກ່ອນທີ່ຈະຖືກປ່ອຍໃຫ້ໃຊ້ຊີວິດຕາມທໍາມະຊາດຢູ່ໃນເຂດດັ່ງກ່າວໃນປີນີ້.

ສຳຫຼັບແຂ້ເຫຼົ່ານີ້ ໄດ້ຝັກຕົວມາຈາກ ໄຂ່ແຂ້ທໍາມະຊາດທີ່ຖືກເກັບມາຕາມຫຼັກວິທະຍາສາດ ໂດຍ ທ່ານ ຈັນທອນ ໂພທິໄຕ ຈາກກົມປ່າໄມ້, ທ່ານ ອຸດົມໄຊ ແລະ ດຣ. ແພລດ ໃນເດືອນມິຖຸນາ 2019. ການຝັກໄຂ່ແຂ້ທຽມ ແລະ ການອະນຸບານແຂ້ນ້ອຍ ແມ່ນໄດ້ດໍາເນີນໂດຍການເປັນເຈົ້າການຂອງ ຄະນະກຳມະການອະນຸລັກບ້ານຕານສຸມ ຊຶ່ງເປັນສ່ວນໜຶ່ງຂອງໂຄງການອະນຸລັກທີ່ຈັດຕັ້ງນໍາພາໂດຍການເປັນເຈົ້າການຂອງຊຸມຊົນແບບໄລຍະຍາວ ເພື່ອຟື້ນຟູປະຊາກອນແຂ້ນໍ້າຈືດ ຢູ່ ເຊຈໍາພອນ. ປັດຈຸ​ບັນ, ມີກຸ່ມແຂ້ທີ່ຢູ່ໃນອະນຸບານອີກ 2 ກຸ່ມ (ປີ 2020 ​ແລະ ປີ 2021) ຊຶ່ງຢູ່ໃນແຜນການປ່ອຍ​ສູ່ທຳມະຊາດ ໃນ​ປີ 2023 ​ແລະ 2024 ຕາມລໍາດັບ.

ແຜນງານການອະນຸລັກເຂດດິນບໍລິເວນນໍ້າເຊຈໍາພອນ ແລະ ຊີວະນາໆພັນທີ່ນຳພາໂດຍຊຸມຊົນນີ້ ແມ່ນໄດ້ຮັບການສະໜອງທຶນຈາກ ສະຫະພາບເອີຣົບ (EU) ແລະ ອົງການພັດທະນາແຫ່ງປະເທດຝຣັ່ງ (AFD) ໂດຍຜ່ານໂຄງການ “ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານ ຢູ່ ສປປ ລາວ (ECILL) ເຊິ່ງຈັດຕັ້ງປະຕິບັດໂດຍ WCS ແຕ່ ເດືອນມີນາ 2020 ຫາ 2024. ພ້ອມຍັງໄດ້ຮັບການສົມທົບທຶນຈາກ Margaret A. Cargill Philanthropies ຈົນຮອດເດືອນມິຖຸນາ 2022.

ອ້າງອີງ:WCS Lao PDR

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...