Homeຂ່າວຕ່າງປະເທດນໍ້າຂອງບົກແຫ້ງສົ່ງຜົນກະທົບຕໍ່ການໃຊ້ນໍ້າສະອາດໃນກຳປູເຈຍ

ນໍ້າຂອງບົກແຫ້ງສົ່ງຜົນກະທົບຕໍ່ການໃຊ້ນໍ້າສະອາດໃນກຳປູເຈຍ

Published on

ລະດັບນ້ຳໃນເເມ່ນ້ຳຂອງຫຼຸດລົງກະທົບການໃຊ້ນ້ຳສະອາດໃນນະຄອນພະນົມເປັນ ກຳປູເຈຍ.

ຕາມການລາຍງານຂອງ ທ່ານ ລອງ ນາໂລ ຜູ້ບໍລິຫານໃຫຍ່ກົມນ້ຳປະປານະຄອນພະນົມເປັນກ່າວຜ່ານການຖະເເຫຼ່ງຂ່າວໃນວັນທີ 1 ມີນາ ໃຫ້ຮູ້ວ່າ: ຈາກການບັນທຶກລະດັບຂອງນ້ຳໃນເເມ່ນ້ຳຂອງໃນຊຸມໄລຍະ 5 ປີທີ່ຜ່ານມາກວດພົບສາເຫດຫຼັກທີ່ເຮັດໃຫ້ຂາດນ້ຳສະອາດໃຊ້ ເເລະ ລະດັບນ້ຳຫຼຸດລົງ 1 ເເມັດຈາກລະດັບປົກກະຕິ. ອີງຕາມການລາຍງານຂອງ ພະນົມເປັນໂພສ.

ຕາມການລາຍງານຂອງກົມນ້ຳປາປານະຄອນພະນົມເປັນ ລະດັບນ້ຳຕ້ອງຂຶ້ນຮອດ 3 ເເມັດໃນຊ່ວງລະດູເເລ້ງເພື່ອທີ່ຈະສູບນ້ຳມາບຳບັດກ່ອນທີ່ຈະສົ່ງເຂົ້າສູ່ເຮືອນປະຊາຊົນ. ເຈົ້າໜ້າທີ່ໃຫ້ສຳພາດວ່າ: ລະດັບນ້ຳໃນເເມ່ນ້ຳຂອງເເມ່ນຂຶ້ນຮອດເເຕ່ 2 ເເມັດເທົ່ານັ້ນ.

ໃນປັດຈຸບັນ, ມີການຂາດເເຄນນ້ຳໃຊ້ 1,000 ຫາ 2,000 ຄິວບິກ ເເມັດ ໂດຍປົກກະຕິເເລ້ວຈະສູບ ເເລະ ບໍາບັດທຸກໆຊົ່ວໂມງເພື່ອໝັ້ນໃຈວ່າມີການສົ່ງນ້ຳຢ່າງຕໍ່ເນື່ອງ, ທ່ານ ລອງ ກ່າວເພີ່ມຕື່ມ

ເຖິງຢ່າງໃດກໍຕາມ ອຸປະກອນບຳບັດນ້ຳທີ່ຈະຮັບໃຊ້ຕົວເມືອງເເມ່ນຢູ່ໃນລະຫວ່າງການກໍ່ສ້າງເຊິ່ງຄາດວ່າຈະໄດ້ຮັບຈຳນວນນ້ຳທີ່ພຽງພໍໃນປີ 2023. ການສະໜອງນ້ຳເເມ່ນພົບບັນຫາການຂາດເເຄນໃນລະດູເເລ້ງເເຕ່ເດືອນ ມັງກອນ ຫາເດືອນ ພຶດສະພາເຊິ່ງໃນບາງຄັ້ງພາກຕາເວັນຕົກຂອງນະຄອນພະນົມເປັນເເມ່ນບໍ່ມີນ້ຳໃຊ້.

ທ່ານ ລອງ ກ່າວວ່າ: ປະຊາຊົນກຳປູເຈຍໃຊ້ນ້ຳຫຼາຍຈຳນວນ 200-280ລິດ ຕໍ່ມື້ໂດຍສະເລ່ຍ ໃນຂະນະທີ່ທົ່ວໂລກໃຊ້ນ້ຳພຽງເເຕ່ 200-280 ລິດຕໍ່ມື້.

ລາຍງານຄະນະກຳມາທິການເເມ່ນ້ຳຂອງສາກົນ (The Mekong River Commission) ຮຽກຮ້ອງໃຫ້ປະເທດລຸ່ມເເມ່ນ້ຳຂອງໃຫ້ປຶກສາຫາລືການບັນທຶກຂອງໄຫຼຂອງກະເເສນ້ຳຕໍ່າກວ່າລະດັບນ້ຳໃນສາມປີທີ່ຜ່ານມາ. ການໄຫຼຂອງກະເເສນ້ຳໄດ້ຫຼຸດລົງໃນລະດັບຕໍ່າທີ່ສຸດໃນຮອບ 60 ປີເຊິ່ງໃນປີ 2020 ເປັນປີທີ່ເເມ່ນ້ຳຂອງເເຫ້ງເເລ້ງທີ່ສຸດ ປະລິມານນ້ຳຝົນຕໍ່າກວ່າລະດັບປົກກະຕິທຸກເດືອນຍົກເວັ້ນເດືອນຕຸລາ.

ປັດໄຈເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ການປະມົງ ເເລະ ຜົນຜະລິດຈາກກະສິກຳເຊິ່ງໄດ້ກົດດັນຊີວິດການເປັນຢູ່ຂອງປະຊາຊົນຢູ່ລຸ່ມເເມ່ນ້ຳຂອງ ເເລະ ເປັນໄພລົບກວນຕໍ່ລະບົບນິເວດທີ່ລະອຽດອອ່ນຂອງອ່າງເເມ່ນ້ຳຂອງ. ການຮ່ວມມືເເບບຕັ້ງໜ້າເປັນສິ່ງທີ່ສຳຄັນບໍ່ເເມ່ນຈາກປະເທດຈີນ ເເຕ່ປະເທດທີ່ເປັນສະມາຊິກນຳເພື່ອຮ່ວມກັນເເກ້ໄຂບັນຫາດັ່ງກ່າວ ໃນນັ້ນ, 6 ເທດສາມາດປະຕິບັດວີທີການຫຼຸດຜ່ອນວິກິດໄດ້ທັນທີ. ກ່າວໂດຍ ທ່ານ ດຣ ພິດ ຮັດດາ ອະດີດ​ຫົວໜ້າ​ຄະນະ​ບໍລິຫານ​ງານ​ຂອງ​ກອງ​ເລຂາເເມ່ນໍ້າຂອງສາກົນ

ທັງນີ້ຮ່ວມກັບການສ້າງຕັ້ງກົນໄກການເເຈ້ງເຕືອນເພື່ອກວດຈັບລະດັບການເໜັງຕີງທີ່ຜິດປົກກະຕິຂອງລະດັບນ້ຳ ໃນອານາຄົດເພື່ອການສຳຫຼວດການຄຸ້ມຄອງອ່າງເກັບນ້ຳ ເເລະ ເຂື່ອນໄຟຟ້າ. ບັນດາປະເທດທີ່ກ່າວມາຂ້າງເທິງຄວນກວດສອບຄວາມເປັນໄປໄດ້ທີ່ຈະສ້າງທີ່ເກັບເພື່ອຈັດການກັບໄພເເຫ້ງເເລ້ງ ເເລະ ນ້ຳຖ້ວມພ້ອມກັບຮູບເເບບການດຳເນີນງານຂອງອ່າງເເມ່ນ້ຳຂອງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...