spot_img
Homeຂ່າວພາຍ​ໃນການຄຸ້ມຄອງແຮງງານ ແລະ ນໍາໃຊ້ແຮງງານໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ

ການຄຸ້ມຄອງແຮງງານ ແລະ ນໍາໃຊ້ແຮງງານໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ

Published on

ກະຊວງແຜນການ ແລະ ການລົງທຶນ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ອອກແຈ້ງການເຖິງອໍານວຍການບໍລິສັດ, ນັກທຸລະກິດ, ຜູ້ປະກອບການ ແລະ ຜູ້ອອກແຮງງານ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເລື່ອງການຄຸ້ມຄອງແຮງງານ ແລະ ນໍາໃຊ້ແຮງງານໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ.

ອີງຕາມ ກົດຫມາຍວ່າດ້ວຍແຮງງານ ສະບັບປັບປຸງ ສະບັບເລກທີ 43/ສພຊ, ລົງວັນທີ 24 ທັນວາ 2013;
ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ແລະ ນະຄອນຫຼວງ ສະບັບເລກທີ 1971/ກຜທ, ລົງວັນທີ 15 ສິງຫາ 2018.

ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ແຮງງານຂອງຜູ້ປະກອບການ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມລະບຽບກົດຫມາຍຂອງ ສປປ ລາວ ແລະ ຮັບປະກັນການດໍາເນີນທຸລະກິດຂອງບັນດາບໍລິສັດ, ຜູ້ປະກອບການ ໄດ້ດໍາເນີນວຽກງານຢ່າງສະດວກ ແລະ ຕອບສະຫນອງໄດ້ຕໍ່ກັບຄວາມຕ້ອງການໃນການນໍາໃຊ້ແຮງງານກໍ່ຄືຜູ້ອອກແຮງງານຕໍ່ການປະຕິບັດຫນ້າທີ່ວຽກງານ ແລະ ການດໍາລົງຊີວິດຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃຫ້ໄດ້ຮັບປະກັນ ແລະ ຖືກຕ້ອງຕາມລະບຽບກົດຫມາຍ.
ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຈຶ່ງໄດ້ອອກແຈ້ງການດັ່ງນີ້:
1. ທຸກໆຫົວຫນ່ວຍທີ່ນໍາໃຊ້ແຮງງານ, ຜູ້ອອກແຮງງານພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຕ້ອງໄດ້ເຊັນ
ສັນຍາແຮງງານຮ່ວມກັນກ່ອນຈະນໍາໃຊ້ແຮງງານ ແລະ ອອກແຮງງານ ເຊິ່ງສັນຍາແຮງງານດັ່ງກ່າວຈະໄດ້ເຮັດເປັນ 04 ພາສາຄື: ພາສາລາວ, ພາສາອັງກິດ, ພາສາຈີນ ແລະ ພາສາມຽນມາ ຜູ້ນໍາໃຊ້ແຮງງານ ແລະ ຜູ້ອອກແຮງງານ ຈະໄດ້ເຊັນສັນຍາຕາມສັນຊາດ ແລະ ພາສາຂອງຕົນເອງເຊິ່ງເນື້ອໃນສັນຍາຂອງແຕ່ລະພາສາ ແມ່ນມີຄວາມສາມາດນໍາໃຊ້ໄດ້ໃນການແກ້ໄຂຂໍ້ຂັດແຍ່ງດ້ານແຮງງານຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ສັນຍາທຸກສະບັບຕ້ອງມີກາປະທັບ (ກາແດງ) ຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ທຸກສະບັບ ຈຶ່ງສາມາດນໍາໃຊ້ໄດ້;
2. ທຸກໆຫົວຫນ່ວຍນໍາໃຊ້ແຮງງານ, ຜູ້ອອກແຮງງານຫາກມີເຈດຕະນາຫຼົບຫຼີກ ຫຼື ສ້າງຄວາມຫຍຸ້ງຍາກໃນການ ເຮັດສັນຍາຄຸ້ມຄອງ ແລະ ນໍາໃຊ້ແຮງງານ, ເຊັນສັນຍາແຮງງານທີ່ບໍ່ຖືກຕ້ອງຕາມລະບຽບການ ຫຼື ໃຊ້ແຮງງານ
ທີ່ບໍ່ມີສັນຍາແຮງງານຈະຖືວ່າເປັນການນໍາໃຊ້ແຮງງານ ແລະ ອອກແຮງງານທີ່ບໍ່ຖືກຕ້ອງ ແມ່ນຈະຖືກປະຕິບັດມາດຕະການ ຕາມກົດຫມາຍວ່າດ້ວຍແຮງງານ ແລະ ລະບຽບການຄຸ້ມຄອງແຮງງານພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຢ່າງເຂັ້ມງວດ ແລະ ຜູ້ນໍາໃຊ້ແຮງງານຈະເປັນຜູ້ຮັບຜິດຊອບທັງຫມົດຕໍ່ຄ່າເສຍຫາຍທີ່ເກີດຂື້ນໃນກໍລະນີທີ່ມີການຂັດແຍ່ງກັນ;
3. ຜູ້ນໍາໃຊ້ແຮງງານຕ້ອງຮັບສະຫມັກຜູ້ອອກແຮງງານໃຫ້ຖືກຕ້ອງຕາມລະບຽບກົດຫມາຍ ໂດຍການສ້າງແຜນນໍາໃຊ້
ແຮງງານ, ມີຕໍາແຫນ່ງງານທີ່ຈະແຈ້ງ ເພື່ອສະເຫນີຫາຂະແຫນງຄຸ້ມຄອງແຮງງານຂອງສະພາບໍລິຫານເຂດ ເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ນໍາສະເຫນີຕໍ່ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວຢັ້ງຢືນຄວາມຖືກຕ້ອງຕາມລະບຽບການ;
4. ເລີ່ມແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປ, ມອບໃຫ້ຂະແຫນງການຄຸ້ມຄອງແຮງງານສົມທົບກັບຂະແຫນງ
ແຮງງານຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ລົງກວດກາຄວາມຖືກຕ້ອງທາງດ້ານເອກະສານຂອງຜູ້ນໍາໃຊ້ແຮງງານ ແລະ ຜູ້ອອກແຮງງານ.
ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...