spot_img
Homeຂ່າວການພັດທະນາ“ປະເທດນ້ອຍ ການທູດໃຫຍ່ຫຼວງ” ປື້ມຂອງຄົນລາວ ທີ່ສະແດງໃຫ້ເຫັນເຖິງບົດບາດຂອງປະເທດລາວ ໃນສາກົນ

“ປະເທດນ້ອຍ ການທູດໃຫຍ່ຫຼວງ” ປື້ມຂອງຄົນລາວ ທີ່ສະແດງໃຫ້ເຫັນເຖິງບົດບາດຂອງປະເທດລາວ ໃນສາກົນ

Published on

ເພື່ອເປັນການນໍາສະເໜີແນວຄິດ ແລະ ທັດສະນະອັນກວ້າງໄກຂອງນັກການທູດລາວທີ່ມີປະສົບການ; ພະນະທ່ານ ອາລຸນແກ້ວ ກິດຕິຄຸນ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກ ແລະ ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສະຫະປະຊາຊາດ ແລະ ທ່ານ ປອ ອະນຸລັກ ກິດຕິຄຸນ, ປະທານບໍລິຫານຄະນະກຳມາທິການແມ່ນ້ຳຂອງ ຮ່ວມກັບ ພະນະທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ປອ ພອນແກ້ວ ຈັນທະມາລີ, ຮັກສາການ ຜູ້ອໍານວຍການ ສະຖາບັນລາວ-ຍີ່ປຸ່ນ ໄດ້ຮ່ວມກັນເປັນປະທານຈັດງານເປີດໂຕປື້ມ “ປະເທດນ້ອຍ, ການທູດໃຫຍ່ຫຼວງ ປະເທດລາວໃນ ອົງການສະຫະປະຊາຊາດ, ອາຊຽນ ແລະ ຄະນະກຳມາທິການແມ່ນ້ຳຂອງສາກົນ”.

ໃນງານເປີດໂຕປື້ມດັ່ງກ່າວ, ນອກຈາກຈະຖືກຈັດຂຶ້ນໃນຮູບແບບປະສົມປະສານກັນ ໂດຍຈະມີຜູ້ເຂົ້າຮ່ວມງານໂດຍກົງ ແລະ ທາງໄກແລ້ວ, ຍັງໄດ້ມີການປາຖະກະຖາກ່ຽວກັບ ໄຈກາແຊຣ (Jica Chair – ໂຄງການສຶກສາກ່ຽວກັບຍີ່ປຸ່ນໂດຍອົງການຮ່ວມມືສາກົນ ຍີ່ປຸ່ນ ປະຈຳລາວ) ໂດຍ ທ່ານ ປອ ໂຊໂນເບະ ເທະສຶຊິ, ອະທິການບໍດີຂອງສະຖາບັນທະນາຄານພັດທະນາອາຊີ ໃນຫົວຂໍ້ “ການພັດທະນາເສດຖະກິດຫລັງສົງຄາມໂລກຂອງຍີ່ປຸ່ນ”.

ໄຈກາແຊຣແມ່ນໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານແນວຄວາມຄິດຂອງ ປະທານອົງການໄຈກາ ໂດຍ ທ່ານ ປອ ຄິຕາໂອກະ ຊິນິຈິ. ທ່ານ ປອ ຄິຕາໂອກະ ຊິນິຈິ ຍັງໄດ້ສະແດງຄວາມຍິນດີໃນການເປີດໂຕປຶ້ມດັ່ງກ່າວ ແກ່ມິດສະຫາຍທີ່ດີກໍຄື ພະນະທ່ານ ອາລຸນແກ້ວ ກິດຕິຄຸນ ແລະ ທ່ານ ປອ ອະນຸລັກ ກິດຕິຄຸນ ພ້ອມທັງໄດ້ເນັ້ນເຖິງກິດຈະກໍາຂອງອົງການໄຈກາ ແລະ ການຮ່ວມມືກັບປະເທດລາວໃນອະນາຄົດ.

ການຈັດພິມປຶ້ມສະບັບນີ້ແມ່ນເປັນການແບ່ງປັນຄວາມຮູ້ກ່ຽວກັບນະໂຍບາຍການຕ່າງປະເທດຂອງປະເທດລາວ ຈາກຊ່ຽວຊານທີ່ມີປະສົບການສູງ ກໍຄື ພະນະທ່ານ ອາລຸນແກ້ວ ກິດຕິຄຸນ ແລະ ທ່ານ ປອ ອະນຸລັກ ກິດຕິຄຸນ ຖືໄດ້ວ່າເປັນການຂຽນປື້ມຮ່ວມກັນລະຫວ່າງພໍ່ ແລະ ລູກຊາຍ.

ປື້ມເຫຼັ້ມໄດ້ເຮັດໃຫ້ຮູ້ວ່າ ປະເທດລາວ ປະເທດນ້ອຍໆທີ່ກຳລັງພັດທະນາແຫ່ງນີ້ ທີ່ບໍ່ມີແມ້ແຕ່ທາງອອກສູ່ທະເລ ໄດ້ນໍາທາງບັນດາປະເທດຍັກໃຫຍ່ ແລະ ໄດ້ສະໜັບສະໜຸນຊຸກຍູ້ປະເດັນຕ່າງໆ ໃນລະດັບສາກົນ ທີ່ບັນດາສະຖາບັນລະດັບໂລກ.  ປື້ມເຫຼັ້ມນີ້ໄດ້ລວມເອົາ “7 ກົດລະບຽບສໍາລັບ ການທູດຂອງປະເທດຂະໜາດນ້ອຍ” ທີ່ຈໍາເປັນສໍາລັບນັກການທູດ, ພະນັກງານລັດຖະກອນ, ຜູ້ກໍານົດນະໂຍບາຍ ແລະ ພະນັກງານລັດທີ່ເຮັດວຽກລະຫວ່າງປະເທດ.

ພະນະທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ກ່າວວ່າ: “ອະນຸລັກ ແລະ ຂ້າພະເຈົ້າ ໄດ້ຂຽນປື້ມເຫຼັ້ມນີ້ຂຶ້ນມາ ບໍ່ແມ່ນເພື່ອທີ່ຈະເຮັດໃຫ້ໂລກເຂົ້າໃຈປະເທດລາວ ແລະ ເປັນທີ່ຮູ້ຈັກຫຼາຍຂຶ້ນເທົ່ານັ້ນ ແຕ່ວ່າ  ປື້ມເຫຼັ້ມນີ້ຍັງສະແດງໃຫ້ເຫັນວ່າໃນໂລກນີ້ ຍັງມີສິ່ງທີ່ເປັນໄປໄດ້ຫຼາຍຢ່າງສໍາລັບປະເທດຂະໜາດນ້ອຍ ແລະ ສິ່ງສໍາຄັນທີ່ສຸດ ກໍຄືຄວາມໝັ້ນໃຈ, ຄວາມສາມາດ ແລະ ຄວາມມຸ່ງຫວັງຂອງຄົນໃນປະເທດ”

ທ່ານ ປອ ອະນຸລັກ ໄດ້ກ່າວວ່າ: “ດັ່ງນັ້ນ, ປື້ມເຫຼັ້ມນີ້ຈຶ່ງເປັນປຶ້ມທີ່ຊ່ວຍໃຫ້ເຂົ້າໃຈ ແລະ ແກ້ໄຂຄວາມເຂົ້າໃຈຜິດກ່ຽວກັບບາງສ່ວນຂອງການທູດລະຫວ່າງປະເທດ ທີ່ວ່າປະເທດຂະໜາດນ້ອຍເປັນພຽງຜູ້ເຝົ້າສັງເກດການຂອງປະເທດມະຫາອໍານາດ. ໃນຂະນະທີ່ຄົນສ່ວນຫຼາຍມີຄວາມກັງວົນຕໍ່ກັບຄວາມສາມາດ, ຊັບພະຍາກອນທີ່ມີຂໍ້ຈໍາກັດ, ຕໍາແໜ່ງລໍາດັບຂັ້ນຂອງປະເທດໃນລະດັບສາກົນ ແລະ ກໍມີຫຼາຍຄົນທີ່ມີສ່ວນສໍາຄັນໃນການສ້າງ ແລະ ຜັກດັນວຽກງານລະຫວ່າງປະເທດໃຫ້ກ້າວໜ້າ. ດ້ວຍເງື່ອນໄຂທີ່ເໝາະສົມຂອງປະຊາຊົນ, ປະເທດຂະໜາດນ້ອຍກໍສາມາດມີບົດບາດສໍາຄັນ ແລະ ໃຫຍ່ຫຼວງໄດ້ຫຼາຍກວ່າທີ່ພວກເຂົາເຈົ້າຄິດໄວ້”

ນງານຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມໂດຍ ພະນະທ່ານ ປອ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພະນະທ່ານ ປອ ພຸດ ສິມມະລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພະນະທ່ານ ນ. ແສງເດືອນ ຫຼ້າຈັນທະບຸນ, ຮອງປະທານແນວລາວສ້າງຊາດ ແລະ ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ພະນະທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ພະນະທ່ານ ດ.ຣ ປຣາຕິໂຕ ສຸຮາໂຢ, ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ສປປ ລາວ, ແລະ ໄດ້ຮັບກຽດເຂົ້າຮ່ວມແບບທາງໄກໂດຍ ພະນະທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.

ຍີ່ປຸ່ນເປັນປະເທດທຳອິດທີ່ພັດທະນາຢ່າງສີວິໄລ ໂດຍປາສະຈາກພື້ນຖານການພັດທະນາແບບປະເທດທິດຕາເວັນຕົກ. ດັ່ງນັ້ນແລ້ວ, ປະສົບການໃນການພັດທະນາເສດຖະກິດຂອງຍີ່ປຸ່ນ ຈຶ່ງສາມາດນຳມາເປັນໂຕຢ່າງເພື່ອການສຶກສາໃຫ້ແກ່ປະເທດທີ່ກຳລັງພັດທະນາ ເພື່ອນຳໄປເປັນຍຸດທະສາດໃນການພັດທະນາປະເທດຂອງຕົນ.

ໃນຂະນະດຽວກັນ, ຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອແກ່ບັນດາປະເທດທີ່ກຳລັງພັດທະນາ ຜ່ານການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ ຄຽງຄູ່ກັບຄູ່ຮ່ວມງານ ໃນຂົງເຂດອາຊີ ແລະ ໃນທົ່ວໂລກ, ເຊິ່ງໄດ້ປະກອບສ່ວນຢ່າງກວ້າງຂວາງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ຜ່ານການແບ່ງປັນປະສົບການ ແລະ ບົດຮຽນຈາກຄວາມສີວິໄລຂອງປະເທດ ແລະ ການຮ່ວມມືດ້ານການພັດທະນາ ຍີ່ປຸ່ນໄດ້ກາຍເປັນສູນກາງຮຽນຮູ້ດ້ານການພັດທະນາໃນລະດັບສາກົນ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ.

ບົດຄວາມຫຼ້າສຸດ

ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ.

ພິທີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ. ໃນວັນທີ 20 ພຶດສະພາ 2025 ທີ່ຫໍວັດທະນະທຳໄກສອນພົມວິຫານ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ...

ຜູ້ເຊົ່າແກ້ເຜັດ! ຂ້າງຫ້ອງລັກລ້ຽງໝາ ສົ່ງສຽງດັງ ມີກິ່ນ ເຈີປ່ອຍງູໃຫຍ່ກາງຫ້ອງເຊົ່າເພື່ອເອົາຄືນ

ມິຕິໃໝ່ຂອງການເອົາຄືນ! ຖ້າເຈົ້າລ້ຽງໝາ ຂ້ອຍຈະລ້ຽງງູ. ເປັນອີກໜຶ່ງເລື່ອງລາວທີ່ເປັນກະແສຢູ່ທີ່ປະເທດໄທໃນຕອນນີ້ ເມື່ອມີຜູ້ໃຊ້ບັນຊີເຟສບຸກລາຍໜຶ່ງ ອອກມາໂພສໃນວັນທີ 19 ພຶດສະພາ 2025 ຜ່ານມາ, ພ້ອມພາບ ຄົນມາປ່ອຍງູໃຫຍ່ 2 ໂຕຢູ່ທາງຍ່າງຂອງຫ້ອງເຊົ່າແຫ່ງໜຶ່ງ ເຂດຣັດຊະດາ,...

ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ

ເຈົ້າໜ້າທີ່ກອງກວດກາປ່າໄມ້ ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ ຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງວຽງຈັນ ໄດ້ລົງກວດກາພົບເຫັນການລັກລອບຕັດໄມ້, ເລື່ອຍໄມ້ຢູ່ເຂດປ່າປ້ອງກັນແຫ່ງຊາດແຫຼ່ງນ້ຳເຟືອງ ແລະ ປ່າຜະລິດແຫ່ງຊາດຫ້ວຍສຽດແຕ່ບໍ່ພົບເຫັນຜູ້ກະທຳຜິດ ຈຶ່ງໄດ້ຢຶດ, ອາຍັດໄມ້ໄວ້, ປັດຈຸບັນເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນຍັງສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ສືບສວນ-ສອບສວນ ຊອກຫາເປົ້າໝາຍຜູ້ກະທຳຜິດມາດຳເນີນຄະດີຕາມຂະບວນການຂອງກົດໝາຍ. ອີງຕາມຂໍ້ມູນຈາກກອງກວດກາປ່າໄມ້ແຂວງວຽງຈັນໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄໍາສັ່ງ...

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນທາງການ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19...