Homeຂ່າວຕ່າງປະເທດມຽນມາປະກາດຂະຫຍາຍພາວະສຸກເສີນອອກໄປອີກ ຫຼັງຈາກຄົບຮອບລັດຖະປະຫານ 1 ປີ

ມຽນມາປະກາດຂະຫຍາຍພາວະສຸກເສີນອອກໄປອີກ ຫຼັງຈາກຄົບຮອບລັດຖະປະຫານ 1 ປີ

Published on

ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ສະພາຄວາມໝັ້ນຄົງ ແລະ ປ້ອງກັນຕົນເອງຂອງປະເທດມຽນມາໄດ້ອອກມາຖະແຫຼງການວ່າ: ລັດຖະບານກອງທັບມຽນມາໄດ້ປະກາດຂະຫຍາຍພາວະສຸກເສີນຂອງປະເທດອອກໄປຢ່າງຕໍ່ເນື່ອງໄປຈົນຮອດວັນທີ 31 ກໍລະກົດ 2022 ໂດຍທ່ານ ມິນ ສ່ວຍ ຜູ້ຮັກສາການປະທານາທິບໍດີ ໄດ້ອະນຸມັດ ການຂະຫຍາຍເວລາດັ່ງກ່າວຕາມຄໍາຂໍຂອງພົນເອກ ມິນ ອ່ອງ ຫຼາຍ ຜູ້ນໍາລັດຖະບານທະຫານຂອງມຽນມາ ໂດຍໃຫ້ເຫດຜົນວ່າເພດື່ອຮັກສາສະຖຽນລະພາບຂອງປະເທດ ຄວາມປອດໄພຂອງປະຊາຊົນ ແລະ ສ້າງສັນຕິພາບເຊິ່ງເປັນເປົ້າໝາຍສໍາຄັນ.

ທາງດ້ານອົງກອນຊ່ວຍເຫຼືອນັກໂທດການເມືອງໄດ້ເປີດເຜີຍວ່າ: ນັບຕັ້ງແຕ່ລັດຖະປະຫານເມື່ອວັນທີ 1 ກຸມພາ 2021 ກອງທັບມຽນມາໄດ້ສັງຫານປະຊາຊົນໄປຫຼາຍກວ່າ 1,500 ຄົນ ແລະ ມີປະຊາຊົນຖືກຈັບໄປປະມານ 12,000 ຄົນ ແລະ ທາງສະຫະລັດອາເມລິກາໄດ້ອອກມາດຕະການຄວໍ້າບາດອີກຄັ້ງໜຶ່ງກັບບຸກຄົນທີ່ມີຄວາມກ່ຽວຂ້ອງກັບລັດຖະບານທະຫານ.

ແຫຼ່ງຂ່າວ: bangkokbiznews

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...