spot_img
Homeຂ່າວພາຍ​ໃນໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32 ກວມພື້ນທີ່ເກືອບ 34 ເຮັກຕາ

ໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32 ກວມພື້ນທີ່ເກືອບ 34 ເຮັກຕາ

Published on

ເຫດການໄຟໄໝ້ຂີ້ເຫຍື້ອ ຢູ່ສະໜາມກໍາຈັດຂີ້ເຫຍື້ອຫລັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ສະຫງົບລົງກັບສູ່ສະພາບປົກກະຕິ ພາຍຫຼັງ ທີ່ໜ່ວຍງານກ່ຽວຂ້ອງໄດ້ລະດົມກໍາລັງເຈົ້າໜ້າທີ່ມອດໄຟ, ລົດສີດນໍ້າ ແລະ ກົນຈັກໜັກຈໍານວນຫລາຍ ເຂົ້າສະກັດກັ້ນໄຟບໍ່ໃຫ້ລຸກລາມແກ່ຍາວໄປຫຼາຍວັນ. ຂະນະທີ່ບັນຫາໝອກຄວັນຈາກໄຟໄໝ້ຄັ້ງນີ້ ກໍໄດ້ຈາງຫາຍໄປ ແລະ ສະພາບອາກາດກໍກັບມາເປັນປົກກະຕິເຊັ່ນກັນ.

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງ ການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫລວງວຽງຈັນ (ຄບຕ), ພ້ອມດ້ວຍຜູ້ຕາງໜ້າ ຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ແລະ ອົງການປົກຄອງເມືອງໄຊທານີ ໄດ້ຊີ້ແຈງ ໃນວັນທີ 1 ກຸມພາ 2022 ຢູ່ສະຖານີວິທະຍຸ-ໂທລະພາບ ນະຄອນຫຼວງວຽງຈັນ ໂດຍ ທ່ານ ບຸນຈັນ ແກ້ວສີທໍາມະ ກ່າວວ່າ: ເຫດການໄຟໄໝ້ດັ່ງກ່າວ ເກີດຂຶ້ນເວລາປະມານ 12:00 ໂມງ ວັນທີ 29 ມັງກອນ 2022, ເຊິ່ງສະໜາມຂີ້ເຫຍື້ອດັ່ງກ່າວ ມີເນື້ອທີ່ ກວ້າງປະມານ 48 ເຮັກຕາ. ໃນນີ້ ເນື້ອທີ່ຖືກໄຟໄໝ້ກວມເອົາປະມານ 70% ຂອງເນື້ອທີ່ທັງໝົດ, ເຊິ່ງສາເຫດອາດເກີດຈາກປະກາຍໄຟຂອງ ແກ້ສ ຢູນີເທນ ເຊິ່ງເປັນອາຍແກ້ສທໍາມະຊາດ ທີ່ເກີດຈາກການສະສົມຂອງເສດຂີ້ເຫຍື້ອເປັນເວລາດົນ.

ຈາກນັ້ນ, ຂະແໜງການຮັບຜິດຊອບສະໜາມຂີ້ເຫຍື້ອ ໄດ້ສົມທົບກັບພາກສ່ວນດັບເພີງນະຄອນຫຼວງ ເພື່ອນໍາໃຊ້ລົດສີດນໍ້າຫຼາຍຄັນມາສີດນໍ້າດັບໄຟ, ພ້ອມທັງນໍາໃຊ້ລົດດ້າມ, ລົດຈົກ ຈໍານວນໜຶ່ງ ຂົນດິນມາຖົມບໍລິເວນຖືກໄຟໄໝ້ ແລະ ມາຮອດວັນທີ 1 ກຸມພາ 2022 ຖືວ່າການແກ້ໄຂສະພາບໄຟໄໝ້ຢູ່ສະໜາມຂີ້ເຫຍື້ອຄັ້ງນີ້ແມ່ນສໍາເລັດ ແລະ ສະຫງົບລົງເປັນປົກກະຕິແລ້ວ. ສ່ວນຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຕ່າງໆແມ່ນບໍ່ມີ ແລະ ນີ້ເປັນເຫດການໄຟໄໝ້ສະໜາມກໍາຈັດຂີ້ເຫຍື້ອຄັ້ງທີ 2, ເຊິ່ງຄັ້ງທໍາອິດໄໝ້ໃນປີ 2018 ໂດຍໃຊ້ເວລາຫລາຍ 10 ວັນ ຈຶ່ງສາມາດສະກັດກັ້ນໄຟໄວ້ໄດ້.

ແຫຼ່ງຂ່າວ: Laothai

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...