spot_img
Homeຂ່າວຕ່າງປະເທດຟິລິປິນກຽມຮັບນັກທ່ອງທ່ຽວກວ່າ 150 ປະເທດ ພຽງສັກວັກຊີນຄົບໂດສບໍ່ຕ້ອງກັກໂຕກ່ອນເຂົ້າປະເທດ

ຟິລິປິນກຽມຮັບນັກທ່ອງທ່ຽວກວ່າ 150 ປະເທດ ພຽງສັກວັກຊີນຄົບໂດສບໍ່ຕ້ອງກັກໂຕກ່ອນເຂົ້າປະເທດ

Published on

ອິງຕາມການລາຍງານຈາກສຳນັກຂ່າວ Straitstimes ໃນວັນທີ 30 ມັງກອນ 2022 ໄດ້ລາຍງານວ່າ: ຟິລິບປິນກຽມພ້ອມເປີດປະເທດໃນເດືອນ ກຸມພາ ປີ 2022 ເພື່ອຕ້ອນຮັບນັກທ່ອງທ່ຽວກວ່າ 150 ປະເທດທີ່ສັກວັກຊີນຄົບໂດສ ໂດຍບໍ່ຕ້ອງກັກໂຕກ່ອນເຂົ້າໃນປະເທດຟິລິບປິນ ຫຼັງຈາກທີ່ການແຜ່ລະບາດຂອງໂຄວິດ-19 ສາຍພັນ ໂອໄມຄຣອນ ເລີ່ມຈາງລົງ ໃນຂະນະທີ່ຕົວເລກຜູ້ປ່ວຍກໍຫຼຸດລົງເຊັ່ນດຽວກັນ.

ນາງ ມາເຣຍ ໂຣຊາລິໂອ ແວເກ ເລຂາທິການໃຫຍ່ກະຊວງສາທາລະນະສຸກຟິລິບປິນໄດ້ລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ສ່ວນໃຫຍ່ເກີດໃນຊຸມຊົນບໍ່ໄດ້ເກີດຈາກນັກເດີນທາງ ແລະ ປະເທດຕົ້ນທາງຂອງນັກທ່ອງທ່ຽວນັ້ນອາດມີຈຳນວນຜູ້ຕິດເຊື້ອໜ້ອຍກວ່າໃນ ຟິລິບປິນ ຈຶ່ງເຮັດໃຫ້ບໍ່ຈຳເປັນຕ້ອງບັງຄັບໃຊ້ມາດຕະການຄວບຄຸມນັກເດີນທາງ ແລະ ສິ່ງສຳຄັນກໍຄືການປ້ອງກັນການແຜ່ລະບາດໃນຊຸມຊົນ.

ໃນຊ່ວງກາງເດືອນທີ່ຜ່ານມາຍອດຜູ້ຕິດເຊື້ອໃນຟິລິບປິນເພີ່ມຂຶ້ນຮອດ 40,000 ຄົນຕໍ່ມື້ ແຕ່ຕົວເລກຜູ້ຕິດເຊື້ອໃນແຕ່ລະມື້ກໍຫຼຸດລົງເຫຼືອ 18,000 ຄົນ ລາຍງານເມື່ອວັນທີ  28 ມັງກອນ 2022, ໂດຍພົບວ່າພິ້ນທີ່ໃນນະຄອນຫຼວງມະນິລາ ມີຕົວເລກຜູ້ປ່ວຍເລີ່ມຫຼຸດລົງຢ່າງຕໍ່ເນື່ອງ ແລະ ຜູ້ປ່ວຍສ່ວນໃຫຍ່ມີອາການບໍ່ຮ້າຍແຮງເຮັດໃຫ້ໂຮງໝໍສາມາດຮັບຮອງຜູ້ປ່ວຍໃນປະເທດໄດ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...