Homeຂ່າວຕ່າງປະເທດໂລກຈັບຕາເບິ່ງ ລັດເຊຍກຽມກໍາລັງພ້ອມອາວຸດຢູ່ທີ່ຊາຍຢູເຄຣນ ຄ້າຍຄືກໍາລັງກຽມພ້ອມເຫດການບາງຢ່າງ

ໂລກຈັບຕາເບິ່ງ ລັດເຊຍກຽມກໍາລັງພ້ອມອາວຸດຢູ່ທີ່ຊາຍຢູເຄຣນ ຄ້າຍຄືກໍາລັງກຽມພ້ອມເຫດການບາງຢ່າງ

Published on

ສໍານັກຂ່າວ BBC ໄດ້ລາຍງານວ່າ ລັດເຊຍໄດ້ລະດົມກໍາລັງທະຫານປະມານ 100,000 ຄົນ ພ້ອມດ້ວຍອາວຸດຕ່າງໆເຊັ່ນ ປືນໃຫຍ່, ລົດຖັງ, ເຄື່ອງກະສຸນ ທັງຍັງມີກອງກໍາລັງທາງອາກາດ ເຂົ້າກຽມພ້ອມຢູ່ທີ່ຊາຍແດນທີ່ຕິດກັບຢູເຄຣນ ແຕ່ລະບຸວ່າບໍ່ໄດ້ມີການຈະບຸກໂຈມຕີແຕ່ຢ່າງໃດ.

ໂດຍທະຫານທີ່ຫາກໍມາຮອດບາງໜ່ວຍ ເດີນທາງເປັນໄລຍະທາງປະມານ 6,437 ກິໂລແມັດ ຈາກພູມພາກຕາເວັນອອກຂອງລັດເຊຍ, ຫຼາຍຝ່າຍປະເມີນວ່າ ລັດເຊຍສົ່ງທະຫານໄປປະຈໍາການໃນພື້ນທີ່ຊາຍແດນຢູເຄຣນປະມານ 100,000 ຄົນ. ນອກຈາກທະຫານຂອງກອງທັບລັດເຊຍແລ້ວ ຍັງເຊື່ອວ່າ ປັດຈຸບັນ, ມີກຸ່ມຕິດອາວຸດແບ່ງແຍກດິນແດນປະຊາຊົນລັດເຊຍອີກປະມານ 15,000 ຄົນ ໃນພູມພາກລູຮັນ ແລະ ດໍແນສ ຂອງຢູເຄຣນ.

ນັກວິເຄາະຊາວຕາເວັນຕົກບາງຄົນລະບຸວ່າ ຍັງບໍ່ຊັດເຈນວ່າລັດເຊຍໄດ້ລະດົມອາວຸດ ແລະ ກໍາລັງທີ່ຈໍາເປັນສໍາລັບການບຸກໂຈມຕີທາງພາກພື້ນແລ້ວ ຫຼື ບໍ່. ພວກເຂົາໃຫ້ຮູ້ວ່າ ຂະນະນີ້ຍັງບໍ່ປາກົດເຫັນໂຮງໝໍເຄື່ອນທີ່ ແລະ ຜູ້ປະຕິບັດງານຢູ່ໃນບາງພື້ນທີ່ ເຊິ່ງຫາກບຸກຄະລາກອນທາງດ້ານການແພດເດີນທາງມາຮອດ ກໍອາດເປັນການບົ່ງຊີ້ເຖິງຄວາມພ້ອມໃນການໂຈມຕີຢ່າງຊັດເຈນກໍເປັນໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...