spot_img
Homeຂ່າວຕ່າງປະເທດຫວຽດນາມພົບຄົນຕິດເຊື້ອໂອໄມຄຣອນໃນຊຸມຊົນກໍລະນີທຳອິດ

ຫວຽດນາມພົບຄົນຕິດເຊື້ອໂອໄມຄຣອນໃນຊຸມຊົນກໍລະນີທຳອິດ

Published on

ໜ່ວຍງານຄວບຄຸມໂລກຂອງຫວຽດນາມກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນລະບາດໃນຊຸມຊົນເປັນຄັ້ງທຳອິດໂດຍເຊື່ອວ່າຕິດມາຈາກຜູ້ປ່ວຍທີ່ກັບມາຈາກຕ່າງປະເທດ.

ຈາກການລາຍງານຂອງສຳນັກຂ່າວ ຊິນຫົວ ປະເທດຈີນລາຍງານວ່າ: ໃນວັນພຸດ 19 ມັງກອນ 2022 ຜ່ານມາ, ສູນຄວບຄຸມພະຍາດແຫ່ງນະຄອນ ໂຮຈິມິນອອກມາຢືນຢັນວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນນ ໃນຊຸມຊົນເປັນຄັ້ງທຳອິດ ໂດຍພົບຜູ້ປ່ວຍ 3 ກໍລະນີ ທີ່ກ່ຽວຂ້ອງກັບຜູ້ທີ່ຕິດເຊື້ອທີ່ເດີນທາງກັບເຂົ້າຫວຽດນາມຈາກສະຫະລັດອາເມຣິກາ.

ເຊິ່ງຜູ້ປ່ວຍທັງ 3 ມີອາການບໍ່ສະບາຍ, ເຈັບຄໍ ແລະ ມີນ້ຳມູກໄຫຼ ກ່ອນທີ່ຈະຕັດສິນໃຈ ເຂົ້າຮັບການກວດຢູ່ຄລີນິກເອກະຊົນ ຜົນການກວດ PCR ແລະ ລຳດັບພັນທຸກຳພົບວ່າ ພວກເຂົາຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ເຊິ່ງຂະນະນີ້ທັງ 3 ຄົນກຳລັງກັກໂຕ ແລະ ໄດ້ຮັບການຮັກສາ.

ນອກນີ້ກະຊວງສາທາລະນະສຸກຂອງຫວຽດນາມໄດ້ລາຍງານພົບຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 2,062,128 ຄົນ ໂດຍທັງໝົດ ຖືກກວດພົບລະຫວ່າງການລະບາດຂອງສາຍພັນເດລຕາ ນັບຕັ້ງແຕ່ນັບຕັ້ງແຕ່ປາຍເດືອນ ເມສາ ປີກ່ອນ ສ່ວນສາຍພັນໂອໄມຄຣອນ ແມ່ນມີ 70 ລາຍທົ່ວປະເທດລວມເຖິງ 30 ຄົນໃນນະຄອນ ໂຮຈິມິນ ແຕ່ທັງໝົດລ້ວນແຕ່ເປັນຜູ້ທີ່ກັບມາຈາກຕ່າງປະເທດ ແລະ ກຳລັງກັກໂຕຢ່າງເຂັ້ມງວດເມື່ອເດີນທາງກັບມາຮອດປະເທດຕົນເອງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...