spot_img
Homeຂ່າວການສຶກສາບໍລິສັດ ເບຍລາວ ມອບທຶນການສຶກສາ ໃຫ້ສອງສະຖາບັນຢູ່ແຂວງຈຳປາສັກ

ບໍລິສັດ ເບຍລາວ ມອບທຶນການສຶກສາ ໃຫ້ສອງສະຖາບັນຢູ່ແຂວງຈຳປາສັກ

Published on

10801838_868459023188025_6340759328094350228_n

 

ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາມະຫາວິທະຍາໄລຈໍາປາສັກ(ມຈ) ເປັນປີທີ 5

ແລະ ມອບທຶນໃຫ້ນັກສຶກສາວິທະຍາໄລຄູປາກ ເຊ(ວຄປ) ເປັນປີທີ 1 ລວມ 60 ທຶນ ເປັນເງິນ 162 ລ້ານກີບ.

 

ພິທີມອບ-ຮັບທຶນການສຶກສາຄັ້ງນີ້ມີຂຶ້ນໃນວັນທີ 27 ຕຸລາ 2014 ທີ່ຜ່ານມາ ຢູ່ໂຮງງານເບຍລາວຈໍາປາສັກ ບ້ານ

ຫຼັກ 19 ເມືອງປະທຸມພອນ, ໃນພິທີ ກ່ອນອື່ນຕາງໜ້າຄະນະບໍລິຫານກອງທຶນຂອງ ມຈ ແລະ ວຄປ ໄດ້ຂຶ້ນລາຍ

ງານຫຍໍ້ ການປະຕິບັດໂຄງການສຶກສາໃນສົກຮຽນປີຜ່ານມາ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ, ຈາກນັ້ນ

ທ່ານ ກິດສະໜາ ວົງໄຊ ຜູ້ອໍານວຍການ ບໍລິສັດ ເບຍລາວ ຈໍາກັດ ກໍ່ໄດ້ກ່າວມອບ ພ້ອມທັງມີຄໍາເຫັນ ຊຶ່ງເນື້ອໃນ

ສໍາຄັນບາງຕອນທ່ານກ່າວວ່າ: ການມອບທຶນການສຶກສາໃຫ້ແກ່ນັກສຶກສາຂັ້ນມະຫາວິທະຍາໄລຂອງບໍລິສັດເບຍ

ລາວ ຈໍາກັດ ແມ່ນໄດ້ເລີ່ມປະຕິບັດມາແຕ່ປີ 2010 ທີ່ຜ່ານມາ, ໂດຍກໍານົດເອົານັກສຶກສາຜູ້ມີເງື່ອນໄຂຮຽນດີ,

ຮຽນເກັ່ງ, ມີຄຸນສົມບັດດີ, ມີຄວາມຮູ້ຄວາມສາມາດ ແຕ່ຖານະຄອບຄົວທຸກຍາກ ເພື່ອເປັນການໃຫ້ໂອກາດແກ່

ນັກສຶກສາເຫຼົ່ານັ້ນ ພາຍຫຼັງຮຽນຈົບແລ້ວຈະໄດ້ນໍາເອົາຄວາມຮູ້-ຄວາມສາມາດກັບໄປພັດທະນາທ້ອງຖິ່ນຕົນ

ແລະ ຕະຫຼອດໄລຍະສົກຮຽນຖ້າຄູ-ອາຈານປະເມີນຜົນວ່ານັກສຶກສາຄົນໃດທີ່ໄດ້ຮັບທຶນແລ້ວ ແຕ່ປະພຶດໂຕໃຫ້

ມີເງື່ອນໄຂບໍ່ເໝາະສົມ ແມ່ນຈະຢຸດໃຫ້ທຶນແລ້ວເປີດໂອກາດໃຫ້ຄົນອື່ນທີ່ມີເງື່ອນໄຂໄດ້ຮັບທຶນຕໍ່.

 

10389409_868458946521366_8829538811394522064_n

 

ສະເພາະສົກຮຽນປີ 2014-2015 ນີ້້ ໄດ້ມອບທຶນການສຶກສາໃຫ້ 6 ພາກສ່ວນຄື: ມະຫາວິທະຍາໄລແຫ່ງຊາດ, ສະຖາ

ບັນວິຈິດສິນ, ມະຫາວິທະຍາໄລ ຫຼວງພະບາງ, ມະຫາວິທະຍາໄລ ສະຫວັນນະເຂດ, ມະຫາວິທະຍາໄລ ຈໍາປາສັກ ແລະ

ວິທະຍາໄລຄູປາກເຊ ລວມທັງໝົດ 300 ທຶນ, ຄິດເປັນມູນຄ່າ 888 ລ້ານກີບ, ໃນນັ້ນມອບໃຫ້ນັກສຶກສາ ມຈ 40

ທຶນ ເປັນເງິນ 108 ລ້ານກີບ, ມອບໃຫ້ນັກສຶກສາ ວຄປ 20 ທຶນ ເປັນເງິນ 54 ລ້ານກີບ ລວມເປັນ 60 ທຶນ ເປັນເງິນ

162 ລ້ານກີບ.

 

ໃຫ້ກຽດມອບທຶນໂດຍທ່ານ ກິດສະໜາ ວົງໄຊ ຜູ້ອໍານວຍການບໍລິສັດ ເບຍລາວ ຈໍາກັດ, ຕາງໜ້າໃຫ້ແກ່ນັກສຶກສາ

ມຈ ຮັບທຶນໂດຍ ທ່ານ ດຣ.ບຸນມີ ພອນສະຫວັນ ຮອງອະທິການບໍດີ ມຈ, ຕາງໜ້າແກ່ນັກສຶກສາ ວຄປ ຮັບທຶນໂດຍ

ທ່ານ ຄໍາພຽນ ເມກຈອນ ຜູ້ອໍານວຍການ ວຄປ, ໂດຍມີທ່ານ ສຸລິຈັກ ພິລາແດງ ຮອງຫົວໜ້າພະແນກສຶກສາທິການ

ແລະ ກິລາແຂວງ, ທ່ານ ອຸດອນ ສິງສຸວົງ ຮອງອໍານວຍການບໍລິສັດ ເບຍລາວ ຈໍາກັດ ຜູ້ອໍານວຍການໂຮງງານເບຍ

ລາວ ຈໍາປາສັກ, ມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມ.

 

ການມອບມອບທຶນການສຶກສາ ໃຫ້ນັກສຶກສາ ມຈ ຂອງບໍລິສັດ ເບຍລາວ ຈໍາກັດ ໃນ 4 ປີຜ່ານມາແມ່ນປີລະ 28 ທຶນ,

ສໍາລັບປີນີ້ເປັນປີທີ 5 ຊຶ່ງເພີ່ມເປັນ 40 ທຶນ, ສ່ວນນັກສຶກສາ ວຄປ ແມ່ນເປັນປີທໍາອິດ ແລະ ໃນຊຸມປີຕໍ່ໜ້າ ບໍລິສັດ

ເບຍລາວ ຈໍາກັດ ກໍ່ຈະໄດ້ສືບຕໍ່ມອບທຶນການສຶກສາແກ່ນັກສຶກສາຂັ້ນວິທະຍາໄລຕື່ມອີກ.

 

ແຫລ່ງຂ່າວ: Champamai Newspaper

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...