Homeຂ່າວພາຍ​ໃນສະພາບການແຜ່ລະບາດຂອງໂຄວິດ-19 ວັນທີ 19 ມັງກອນ 2022

ສະພາບການແຜ່ລະບາດຂອງໂຄວິດ-19 ວັນທີ 19 ມັງກອນ 2022

Published on

ຕາມການລາຍງານຈາກຄະນະສະເພາະກິດ ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນີ້:

• ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນກຸ່ມນັກຮຽນ, ຄູອາຈານ ແລະ ພະນັກງານຂອງໂຮງຮຽນ, ການເປີດໂຮງຮຽນທີ່ປອດໄພ ໃນໄລຍະທີ່ມີການລະບາດຂອງພະະຍາດໂຄວິດ-19 ເຊັ່ນ: ໂຮງຮຽນ ທີ່ອະນຸຍາດໃຫ້ເປີດຄືນ ຫຼື ໂຮງຮຽນທີ່ກຳລັງກະກຽມທີ່ຈະເປີດຄືນ ຄວນປະຕິບັດມາດຕະການ 10 ຂໍ້ ອີງຕາມຄຳແນະນຳຂອງກະຊວງສາທາລະນະສຸກ ເຊິ່ງການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຫຼຸດຜ່ອນຄວາມສ່ຽງຂອງການຕິດເຊື້ອເປັນຈຸ້ມ ໃນກຸ່ມນັກຮຽນ ແລະ ພະນັກງານຄູອາຈານ ເພາະຖ້າຫາກ ປະຕິບັດບໍ່ຖືກຕ້ອງ ແລະ ບໍ່ເຂັ້ມງວດ ກຸ່ມນັກຮຽນ ແລະ ຄູອາຈານ ກໍ່ອາດນຳເອົາເຊື້ອໂຄວິດ-19 ມາແຜ່ສູ່ ຄົນໃນຄອບຄົວຂອງທ່ານ, ຊຸມຊົນຂອງທ່ານ ແລະ ເກີດການລະບາດເປັນວົງກວ້າງໄດ້.

• ສຳລັບ ພໍ່ແມ່, ຜູ້ປົກຄອງ ທີ່ມີລູກຫຼານເຂົ້າຮຽນ ຄວນແນະນຳໃຫ້ລູກຫຼານຂອງທ່ານ ຮູ້ຈັກວິທີປ້ອງກັນຕົນເອງຈາກການຕິດເຊື້ອ ໃຫ້ກາຍເປັນຄວາມຊິນເຄິຍ ແລະ ເປັນປະຈຳ ເຊັ່ນ:
– ຕ້ອງໃສ່ຜ້າປິດປາກດັງໃຫ້ຖືກຕ້ອງ ແລະ ຕະຫຼອດເວລາ (ປ່ຽນມື້ລະ 1-2 ອັນ)
– ໝັ່ນລ້າງມືເລື້ອຍໆ (ກ່ອນ ແລະ ຫຼັງເລິກຮຽນ, ຫຼັງຈັບວັດຖຸສິ່ງຂອງ, ກ່ອນ ແລະ ຫຼັງເຂົ້າຫ້ອງນ້ຳ, ຫຼັງເຮັດກິດຈະກຳໃນໂຮງຮຽນ)
– ຮັກສາໄລຍະຫ່າງ ຢ່າງໜ້ອຍ 1-2 ແມັດ
– ບໍ່ກິນເຂົ້າຮ່ວມໝູ່
ຄຽງຄູ່ກັນກັບ ການປະຕິບັດມາດຕະການປ້ອງກັນຕົນເອງທີ່ຖືກຕ້ອງ, ພໍ່ແມ່, ຜູ້ປົກຄອງ ຄວນພາລູກຫຼານຂອງທ່ານໄປຮັບການສັກວັກຊີນຕາມເກນອາຍຸທີ່ໄດ້ກຳນົດໄວ້ ດີທີ່ສຸດ ກໍ່ແມ່ນກ່ອນ ລູກຫຼານຂອງທ່ານ ຈະເຂົ້າໂຮງຮຽນ ຫຼື ກຳລັງເຂົ້າໂຮງຮຽນ ກໍ່ສາມາດໄປສັກໄດ້ເຊັ່ນດຽວກັນ ເພື່ອປ້ອງກັນການເຈັບເປັນ ແລະ ເສຍຊີວິດ.

• ກ່ອນຈະຈົບກະຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບ ກ່ຽວກັບ ເງື່ອນໄຂ ສຳລັບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ກໍລະນີອອກໂຮງໝໍ ມີດັ່ງນີ້:
➢ ກໍລະນີບໍ່ມີອາການ:
– ໃຫ້ອອກໂຮງໝໍໃນມື້ທີ 10 ນັບແຕ່ມື້ຮູ້ຜົນກວດເປັນບວກ
– ບໍ່ຈຳເປັນຕ້ອງກັກຕົວເອງ ພາຍຫຼັງອອກຈາກໂຮງໝໍ, ສາມາດໃຊ້ຊີວິດຕາມປົກກະຕິໃນສັງຄົມ ໂດຍນຳໃຊ້ມາດຕະການປ້ອງກັນຕົນເອງ ຕາມວິຖີຊີວິດແບບໃໝ່
– ຖ້າມີບັນຫາດ້ານສຸຂະພາບອື່ນໆ ພາຍຫຼັງຈາກອອກໂຮງໝໍ ສາມາດໄປກວດຢູ່ສະຖານທີ່ປິ່ນປົວໃກ້ບ້ານທ່ານ
➢ ກໍລະນີມີອາການ:
– ໃຫ້ອອກຈາກສະຖານທີ່ປິ່ນປົວຢ່າງໜ້ອຍ 13 ມື້ (10 ມື້ຫຼັງເລິ່ມມີອາການ + 3 ມື້ທີ່ບໍ່ມີອາການໄຂ້ ແລະ ບໍ່ມີອາການຂອງໝວດລະບົບຫາຍໃຈ)
– ບໍ່ຈຳເປັນຕ້ອງກັກຕົວເອງ ຫຼັງຈາກອອກໂຮງໝໍ, ສາມາດໃຊ້ຊີວິດຕາມປົກກະຕິໃນສັງຄົມ ໂດຍນຳໃຊ້ມາດຕະການປ້ອງກັນຕົນເອງ ຕາມວິຖີຊີວິດແບບໃໝ່
– ຖ້າມີບັນຫາດ້ານສຸຂະພາບອື່ນໆ ພາຍຫຼັງຈາກອອກໂຮງໝໍ ແມ່ນໃຫ້ໄປກວດຢູ່ສະຖານທີ່ປິ່ນປົວໃກ້ບ້ານຂອງທ່ານ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...