Homeຂ່າວການພັດທະນາເລີ່ມເປີດໃຫ້ບໍລິການແລ້ວສໍາລັບການຂົນສົ່ງສິນຄ້າລາວ-ຈີນ ຈາກສະຖານີລົດໄຟວັງວຽງ

ເລີ່ມເປີດໃຫ້ບໍລິການແລ້ວສໍາລັບການຂົນສົ່ງສິນຄ້າລາວ-ຈີນ ຈາກສະຖານີລົດໄຟວັງວຽງ

Published on

ວັນທີ 13 ມັງກອນ 2022 ລາຍງານຈາກບໍລິສັດທາງລົດໄຟລາວ-ຈີນຈຳກັດ, ໃຫ້ຮູ້ວ່າ: ອີງຕາມຄວາມຮຽກຮ້ອງຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບເພີ່ມຂຶ້ນ,ເພື່ອໃຫ້ການບໍລິການດ້ານການຂົນສົ່ງສິນຄ້າດີຂຶ້ນ, ລົດໄຟລາວ-ຈີນຈິ່ງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າສະຖານີວັງວຽງຂຶ້ນ, ເຊິ່ງຈະເລີ່ມໃຫ້ບໍລິການຢ່າງເປັນທາງການພາຍໃນອາທິດນີ້.

ສະຖານີວັງວຽງ ຕັ້ງຢູ່ແຄມທາງຫຼວງເລກ 13 ເມືອງວັງວຽງ, ແຂວງວຽງຈັນ, ລຽບຕາມທາງດ່ວນ, ລານສິນຄ້າສະຖານີວັງວຽງ ຕົ້ນຕໍແມ່ນດຳເນີນທຸລະກຳສິນຄ້າຂາເຂົ້າ-ຂາອອກ, ລານສິນຄ້າມີເສັ້ນທາງຂົນສົ່ງສິນຄ້າ 2 ເສັັ້ນທາງ, ເສັ້ນທາງທີ 1 ສາມາດເຮັດວຽກໜຶ່ງເທື່ອໄດ້ 18 ຕູ້ສິນຄ້າ, ເສັ້ນທາງທີ 2 ສາມາດເຮັດວຽກໜຶ່ງເທື່ອໄດ້ 11 ຕູ້ສິນຄ້າ. ລານສະຖານີວັງວຽງທັງໝົດ ສາມາດບັນຈຸຕູ້ຄອນເທນເນີໄດ້ 420 ຕູ້.

ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ໃນໄລຍະເປີດດຳເນີນການເບື້ອງຕົ້ນລົດໄຟລາວ-ຈີນ ຈິ່ງໄດ້ເປີດສະຖານີຂົນສົ່ງສິນຄ້າພຽງ 2 ແຫ່ງຄື: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ສະຖານີ ຂົນສົ່ງສິນຄ້ານາເຕີຍ. ພາຍຫຼັງທີ່ເປີດນຳໃຊ້ລານຂົນສົ່ງສິນຄ້າຢູ່ສະຖານີວັງວຽງແລ້ວ, ລົດໄຟລາວ-ຈີນກໍຈະມີຈຸດຂົນສົ່ງສິນຄ້າເພີ່ມຂຶ້ນເປັນ 3 ຈຸດ: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້, ສະຖານີວັງວຽງ ແລະ ສະຖານີຂົນສົ່ງສິນຄ້ານາເຕີຍ (ສະຖານີບໍ່ເຕ່ນຖືວ່າເປັນດ່ານພາສີ, ດັ່ງນັ້ນ, ຈຶ່ງບໍ່ມີການດຳເນີນທຸລະກຳການຂົນສົ່ງສິນຄ້າ).

ກ່ອນຈະດໍາເນີນທຸລະການຂົນສົ່ງສິນຄ້າ, ເຈົ້າຂອງສິນຄ້າຕ້ອງເຊັນ “ສັນຍາການຈ່າຍຄ່າຂົນສົ່ງທາງລົດໄຟລ່ວງໜ້າ”, “ສັນຍາຄວາມປອດໄພການຂົນສົ່ງຕູ້ສິນຄ້າ” ແລະ “ສັນຍານຳໃຊ້ຕູ້ສິນຄ້າເຂົ້າ-ອອກສະຖານີສິນຄ້າ” ກັບບໍລິສັດທາງລົດໄຟລາວ-ຈີນ ແລະ ຕ້ອງໂອນເງິນມັດຈຳ ແລະ ຈ່າຍເງິນລ່ວງໜ້າເຂົ້າບັນຊີທີ່ກຳນົດໄວ້, ຫຼັງຈາກໄດ້ຮັບເງິນມັດຈໍາ ແລະ ເງິນລ່ວງໜ້າທີ່ຈ່າຍໃຫ້ແລ້ວ, ທ່ານກໍສາມາດໄປສະຖານີຂົນສົ່ງສິນຄ້າເພື່ອຮັບຕູ້ສິນຄ້າ, ຫຼັງຈາກທີ່ຕູ້ສິນຄ້າບັນທຸກສິນຄ້າຮຽບຮ້ອຍແລ້ວ ແລະ ໄດ້ສຳເລັດການແລ່ນຂັ້ນຕອນຜ່ານດ່ານພາສີແລ້ວ, ກໍຈະສາມາດສົ່ງອອກໄດ້.

ຕາມການລາຍງານຂອງຜູ້ຮັບຜິດຊອບພະແນກດຳເນີນການຂອງບໍລິສັດທາງລົດໄຟລາວ-ຈີນໃຫ້ຮູ້ວ່າ: ນັບແຕ່ໄດ້ເປີດໃຫ້ບໍລິການລົດໄຟລາວ-ຈີນເປັນຕົ້ນມາ, ຂະບວນລົດໄຟຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນໄປຈີນແມ່ນມີສະພາບຮັດຕົວ, ລາຍການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນແມ່ນມີຈຳນວນຫຼວງຫຼາຍ, ສິນຄ້າທີ່ສົ່ງໄປຈີນຕົ້ນຕໍແມ່ນຢາງພາລາ, ເຂົ້າ, ຖ່ານ, ແຮ່ເຫລັກ ແລະອື່ນໆ, ສ່ວນສິນຄ້າທີ່ສົ່ງມາລາວຕົ້ນຕໍແມ່ນ ປຸຍ, ຜະລິດຕະພັນກົນຈັກໄຟຟ້າ ແລະອື່ນໆ, ນອກຈາກນີ້ຍັງມີສິນຄ້າເຢັນທີ່ຂົນສົ່ງໄປໄທ. ມາຮອດວັນທີ 12 ມັງກອນປີ 2022, ປະລິມານການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນໄດ້ບັນລຸ 60.000ໂຕນ. ໃນຕໍ່ໜ້າ ບໍລິສັດທາງລົດໄຟລາວ-ຈີນ ຈະສືບຕໍ່ບໍລິການຂົນສົ່ງສິນຄ້າໃຫ້ດີ, ຍົກໃຫ້ເຫັນປະໂຫຍດທີ່ເປັນເອກະລັກສະເພາະຂອງການຂົນສົ່ງທາງລົດໄຟ, ຕັ້ງໜ້າປະກອບສ່ວນຊຸກຍູ້ການສົ່ງອອກສິນຄ້າຄຸນນະພາບສູງຂອງລາວ ເພື່ອສົ່ງເສີມການພັດທະນາເສດຖະກິດຂອງລາວ.

ແຫຼ່ງຂ່າວຈາກ: Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...