spot_img
Homeຂ່າວຕ່າງປະເທດງານວິໄຈໃຫ້ຮູ້ວ່າ ຜູ້ຊາຍຈະຫຼໍ່ຂຶ້ນເມື່ອໃສ່ຜ້າປິດປາກ-ດັງ

ງານວິໄຈໃຫ້ຮູ້ວ່າ ຜູ້ຊາຍຈະຫຼໍ່ຂຶ້ນເມື່ອໃສ່ຜ້າປິດປາກ-ດັງ

Published on

ໃນວັນທີ 10 ມັງກອນ 2022 ຜ່ານມາ, ສຳນັກຂ່າວ SpringerOpen ໄດ້ລາຍງານເຖິງຜົນການວິໄຈຂອງມະຫາວິທະຍາໄລ Cardiff, ປະເທດອັງກິດ ນຳໂດຍ ທ່ານໝໍ Michael Lewis ຜູ້ຊ່ຽວຊານດ້ານຈິດຕະວິທະຍາ ແລະ ໃບໜ້າ.

ໂດຍທ່ານໝໍ Lewis ໄດ້ເປີດເຜີຍວ່າ: ປັດຈຸບັນ, ຜູ້ຄົນມີມຸມມອງຕໍ່ການໃສ່ຜ້າປິດປາກ-ດັງ ທີ່ປ່ຽນໄປເພາະກ່ອນໜ້ານີ້ຄົນເຄີຍເບິ່ງວ່າການໃສ່ຜ້າປິດປາກດັງ ຈະມີຄວາມກ່ຽວຂ້ອງກັບອາການປ່ວຍເປັນຫວັດ, ໄອ ແລະ ຄວນຢູ່ໃຫ້ຫ່າງ.

ເຊິ່ງການວິໄຈໃນຄັ້ງນີ້ໄດ້ດຳເນີນການເກັບຂໍ້ມູນໂດຍການໃຫ້ອາສາສະມັກ ທີ່ເປັນຜູ້ຍິງຈຳນວນ 43 ຄົນມານັ່ງໃຫ້ຄະແນນໂດຍເລືອກຮູບຂອງຜູ້ຊາຍແຕ່ລະຄົນຈະມີ 10 ຮູບດ້ວຍກັນ ແລະ ຈະຕ້ອງເລືອກມາ 1 ຮູບທີ່ຄິດວ່າດູດີທີ່ສຸດ.

ຜົນປາກົດວ່າ: ສ່ວນໃຫຍ່ແລ້ວຜູ້ເຂົ້າຮ່ວມຈະເລືອກຮູບພາບຜູ້ຊາຍທີ່ໃສ່ຜ້າປິດປາກ-ດັງ ຫຼາຍທີ່ສຸດບາງຄົນກໍ່ສະແດງຄວາມຄິດເຫັນວ່າຜູ້ຊາຍຕອນທີ່ໃສ່ຜ້າປິດປາກດັງຈະດູດີຫຼາຍກວ່າຕອນທີ່ເຫັນໃບໜ້າ.

ຈາກປະເດັນນີ້ ທ່ານໝໍ  Lewis ໄດ້ລະບຸຕື່ມອີກວ່າ: ມີຄວາມເປັນໄປໄດ້ທີ່ຜ້າປິດປາກ-ດັງ ເຮັດໃຫ້ຄົນມີສະເໜ່ຂຶ້ນ ເປັນຍ້ອນວ່າ ເຮົາຈະສົບຕາກັນ ແລະ ຍັງປົກປິດບາງສ່ວນຂອງໃບໜ້າຈະເຮັດໃຫ້ສະໜອງຂອງມະນຸດຈິນຕະນາການເຖິງຜົນລັບທີ່ດີທີ່ສຸດນັ້ນເອງ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...