Homeຂ່າວຕ່າງປະເທດສາວຂີ້ຄ້ານ! ຕົວະວ່າເປັນອຳມະພາດ 20 ປີ ເພື່ອໃຫ້ຄອບຄົວຄົນດູແລທຸກຢ່າງ

ສາວຂີ້ຄ້ານ! ຕົວະວ່າເປັນອຳມະພາດ 20 ປີ ເພື່ອໃຫ້ຄອບຄົວຄົນດູແລທຸກຢ່າງ

Published on

ສາວຂີ້ຄ້ານ ທຳທ່າເປັນອຳມະພາດດົນເຖິງ 20 ປີ, ຕົວະໃຫ້ຄອບຄົວເບິ່ງແຍງທຸກຢ່າງ ແຕ່ຄວາມຈິງກໍຄືຄວາມຈິງ ເມືອຫຼານຂອງລາວໄດ້ເຫັນນ້າສາວທີ່ເປັນອຳມະພາດຄົນນີ້ລຸກຍ່າງໄດ້.

ວັນທີ 7 ມັງກອນ 2022 ທີ່ຜ່ານມາ ຈາກເວບໄຊ້ ETtoday ລາຍງານໃຫ້ຮູ້ວ່າ: ສາວຈີນ ອາຍຸ 35 ປີ ນອນປ່ວຍຕິດຕຽງເປັນອຳມະພາດດົນເຖິງ 20 ປີ ຕ້ອງຫາຄົນໃນຄອບຄົວເບິ່ງແຍງຕະຫຼອດ ຕັ້ງແຕ່ເລື່ອງອາຫານຈົນໄປຮອດການພິກໂຕ ໂດຍທີ່ບໍ່ມີໃຜຮູ້ວ່າສາວຄົນນີ້ຂີ້ຕົວະ ຈົນມື້ໜຶ່ງໄດ້ຮູ້ຄວາມຈິງ.

ສາວຄົນນີ້ ມີຊື່ວ່າ: ອູກຸ້ຍອິງ ຄອບຄົວຂອງລາວອາໄສໃນເຫີເປຍ ປະເທດຈີນ, ພໍ່ລາວເສຍຊີວິດແຕ່ຕອນລາວຍັງນ້ອຍ ແລະ ມີແມ່ເປັນເສົາຫຼັກຄອບຄົວ ໂດຍສາວຂີ້ຕົວະຄົນນີ້ເປັນລູກສາວຫຼ້າ ມັກສຸຂະພາບບໍ່ແຂງແຮງ ເຮັດໃຫ້ແມ່ຕ້ອງໃຫ້ຄວາມຮັກ ແລະ ເບິ່ງແຍງດູແລທຸກຢ່າງ.

ຍ້ອນແນວນັ້ນເຮັດໃຫ້ ອູກຸ້ຍອິງ ກາຍເປັນຄົນເອົາແຕ່ໃຈຕົນເອງ ແລະ ອິດສາອ້າຍເອື້ອຍຕະຫຼອດ. ຈົນມາອາຍຸ 16 ປີ, ອູກຸ້ຍອິງ ໄດ້ຜິດກັນນຳອ້າຍ ແລະ ອ້າຍໄດ້ຕົບໜ້ານ້ອງສາວ. ຫຼັງຈາກມື້ນັ້ນມາ, ອູກຸ້ຍອິງ ກໍເລີ່ມຫຼົ້ມປ່ວຍ ແລະ ບອກວ່າຕົນເອງເປັນອຳມະພາດຍ່າງບໍ່ໄດ້.

ຈົນຄວາມຈິງປາກົດ, ເມື່ອມື້ໜຶ່ງຫຼານ ຂອງອູກຸ້ຍອິງ ກັບມາຈາກໂຮງຮຽນ ແລະ ໄດ້ເຫັນນ້າສາວທີ່ເປັນອຳມະພາດລຸກຂຶ້ນມາຍ່າງ ຫຼັງຈາກນັ້ນຫຼານກໍໄດ້ໄປບອກແມ່(ເອື້ອຍຂອງອູກຸ້ຍອິງ) ແລະເອື້ອຍຂອງລາວກໍໄດ້ລັກຕິດກ້ອງວົງຈອນວ່າເລື່ອງນີ້ເປັນແນວໃດແທ້, ຈົນໄດ້ເຫັນອູກຸ້ຍອິງທີ່ເປັນອຳມະພາດລຸກຂຶ້ນຈາກຕຽງໄປຫາແນວກິນຢູ່ເຮືອນຄົວ ກ່ອນທີ່ຈະກັບມານອນຢູ່ຕຽງຕາມປົກກະຕິ.

ຫຼັງຈາກນັ້ນຄອບຄົວກໍໄດ້ບັງຄັບພາອູກຸ້ຍອິງໄປກວດຢູ່ໂຮງໝໍ ແລະ ພົບວ່າ: ຮ່າງກາຍຂອງອູກຸ້ຍອິງແມ່ນປົກກະຕິດີ ບໍ່ໄດ້ເປັນອຳມະພາດ ແຕ່ກັບພົບວ່າ ອູກຸ້ຍອິງນັ້ນມີສະພາບຈິດທີ່ຜິດປົກກະຕິ ເຮັດໃຫ້ຕ້ອງເຂົ້າຮັກສາສະພາບຈິດ.

ປັດຈຸບັນ, ອູກຸ້ຍອິງ ໄດ້ຮັບການຮັກສາຈົນຫາຍດີ ແລະ ກັບມາໃຊ້ຊີວິດປົກກະຕິຄືຄົນທຳມະດາໄດ້ແລ້ວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...