spot_img
Homeຂ່າວຕ່າງປະເທດຫີນລົ່ມທັບນັກທ່ອງທ່ຽວ ເສຍຊີວິດຢ່າງໜ້ອຍ 7 ຄົນ ຢູ່ທີ່ປະເທດບຣາຊິວ

ຫີນລົ່ມທັບນັກທ່ອງທ່ຽວ ເສຍຊີວິດຢ່າງໜ້ອຍ 7 ຄົນ ຢູ່ທີ່ປະເທດບຣາຊິວ

Published on

ວັນທີ 9 ມັງກອນ 2022 ສໍານັກຂ່າວ CNN ໄດ້ລາຍງານວ່າ ວັນທີ 8 ມັງກອນ 2022 ໄດ້ເກີດເຫດ ໜ້າ​ຜາ​​ພັງ​ຖະຫຼົ່ມລົງມາຢູ່ທີ່ ທະເລສາບເຟີນາສ ໃນລັດມີນັສເຊໄລ ທາງພາກໃຕ້ຂອງປະເທດບຣາຊິວ ຂະນະທີ່ມີກຸ່ມນັກທ່ອງທ່ຽວກໍາລັງລ່ອງເຮືອຢູ່ໃກ້ບໍລິເວນດັ່ງກ່າວ ​ສົ່ງຜົນໃຫ້ກ້ອນ​ຫີນ​ໃຫຍ່​ຕົກ​ໃສ່​ເຮືອ​ທ່ອງ​ທ່ຽວ​ຫຼາຍ​ລຳ, ພົບຜູ້ເສຍຊີວິດ 7 ຄົນ, ສູນຫາຍ 3 ຄົນ ແລະ ບາດເຈັບອີກ 32 ຄົນ. ຕາມການລາຍງານແມ່ນພົບວ່າ ໄດ້ມີຝົນຕົກແຮງຫຼາຍມື້ກ່ອນໜ້ານີ້.

ຂະນະນີ້, ນັກທ່ອງທ່ຽວຈໍານວນ 23 ຄົນ (ຈາກທັງໝົດ 32 ຄົນ) ຫຼາຍຄົນມີອາການບາດເຈັບເລັກໜ້ອຍ ແລະ ໄດ້ອອກຈາກໂຮງໝໍແລ້ວ, ທີ່ເຫຼືອອີກ 3 ຄົນແມ່ນຍັງຮັກສາໂຕຢູ່ທີ່ໂຮງໝໍ, ໃນຈໍານວນນີ້ມີ 2 ຄົນ ໄດ້ຮັບບາດເຈັບໜັກ.

ເຈົ້າໜ້າທີ່ໄດ້ປະຕິບັດພາລະກິດຢ່າງຕໍ່ເນື່ອງຈົນຮອດວັນທີ 10 ມັງກອນ ເພື່ອຊ່ວຍເຫຼືອຜູ້ທີ່ຍັງຕິດຢູ່ໃນກ້ອງກ້ອນຫີນໃຫຍ່. ທາງດ້ານ Jair Bolsonaro ປະທານາທິບໍດີບຣາຊີວໄດ້ກ່າວວ່າ ກອງທັບເຮືອຈາກທີມເຈົ້າໜ້າທີ່ບັນເທົາທຸກໄພໄປຊ່ວຍເຫຼືອທີມກູ້ໄພອີກແຮງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...