Homeສຸຂະພາບ ແລະ ສີ່ງແວດລ້ອມມີຫຍັງແນ່ ທີ່ເຮັດໃຫ້ເຊວມະ​ເຮັງ​ເຕີບໂຕ​ໄດ້ດີ

ມີຫຍັງແນ່ ທີ່ເຮັດໃຫ້ເຊວມະ​ເຮັງ​ເຕີບໂຕ​ໄດ້ດີ

Published on

26_20140327144921.


       ຮູ້​ກັນ​ຢູ່​ແລ້ວ​ວ່າມະເຮັງ ເປັນ​ພະຍາດ​ທີ່​ໜ້າ​ຢ້ານ ເຮົາ​ຈະ​ປ້ອງ​ກັນ​ພະຍາດ​ມະ​ເຮັງ ໄດ້​ແນວໃດ ໃນ​ຊີວິດ​ປະຈຳວັນ​ມີ​ສິ່ງ​ໃດ​ບ້າງທີ່​ເຮົາ​ພໍ​ຈະ​ຫລີກ​ລ້ຽງ ຫລື ​ເຮັດແນວຈິ່ງ​ພໍ​ຈະ​ຫ່າງ​ໄກ​ພະຍາດ​ມະ​ເຮັງ​ໄດ້​ນຳ ເພື່ອສຸຂະພາບທີ່ດີອັນດຫລິກລ້ຽງ​ໄດ້​ກໍ​ຄວນ​ຈະ​ລ້ຽງ​
1. ນ້ຳ​ຕາລ ເຊັ່ນ ນ້ຳ​ຕານ​ຊາຍ​ຂາວ ໂດຍ​ໃຊ້​ນ້ຳ​ຕານ​ຈາກ​ທຳມະຊາດ​ແທນ ເຊັ່ນ ນ້ຳເ​ຜຶ້ງ ແຕ່​ຕ້ອງ​ໃຊ້​ໃນ​ປະລິມານ​ທີ່​ໜ້ອຍ​, ເກືອ ມີ​ສານ​ຈຳ​ເປັນ​ທີ່​ເຊວມະ​ເຮັງ​ນຳ​ໄປ​ໃຊ້ໃນການຈະເລີນເຕີບໂຕ ຄວນ​ງົດ ຫລື​ ກິນ​ໃນ​ປະລິມານ​ນ້ອຍ
2. ນົມ ຄວນ​ດື່ມ ນຳ​ນົມ​ຖົ່ວ​ເຫລືອງ​ທົດ​ແທນ
3. ເຊວມະ​ເຮັງ ຈະເລີນ​ເຕີບໂຕ​ໃນ​ສະພາບ​ທີ່​ເປັນ​ກົດ ກາ​ນບໍລິ​ໂພກ​ຊີ້ນສັດ​ເຮັດໃຫ້​ເກີດ​ສະພາບ​ເປັນ​ກົດ ຄວນ​ຮັບປະທານ​ອາຫານ​ປະ​ເພດ​ປາດີກວ່າ ຊີ້ນ ແລະ ​ຊີ້ນ​ສັດມີ​ແບກ​ທີ​ເລຍ ໃຊ້​ໃນ​ການ​ຈະເລີນ​ເຕີບໂຕ​ປົນ​ເປື້ອນທີ່​ເປັນ​ອັນຕະລາຍ​ຕໍ່​ຄົນ​​ທີ່​ເປັນ​ມະ​ເຮັງ
4. 80% ຂອງ​ຜັກ​ ແລະ ​ນ້ຳ​ຫມາກໄມ້​ສົດ ຖົ່ວ​ເມັດ​ແຫ້ງ, ທັນຍະ​ພືດ ຈະ​ຊ່ວຍ​ໃຫ້​ຮ່າງກາຍ​ມີ​ສະພາບ​ເປັນ​ດ່າງ 20% ຈາກ​ອາຫານ​ທີ່​ປຸງ​ແລ້ວ ນ້ຳ​ຜັກ ​ແລະ ​ຫມາກໄມ້​ສົດ ຈະໃຫ້​ເອັນ​ໄຊ​ທີ່​ງ່າຍ​ຕໍ່​ການ​ດູດ​ຊຶມ​ເຂົ້າ​ສູ່​ຮ່າງກາຍ ເພື່ອ​ໄປ​ເສີມ​ສ້າງ​ຄວາມ​ແຂງ​ແຮງ​ໃຫ້​ເຊວ​ທີ່​ດີ ດັ່ງ​ນັ້ນ​ຄວນ​ດື່ມ​ນ້ຳ​ຜັກ​ສົດ ແລະ​ກິນ​ຜັກ​ດິບ 2-3 ເທື່ອ​ຕໍ່​ມື້
5. ຫລີກ​ລ້ຽງ​ຊາ, ກາ​ແຟ, ຊັອກ​ໂກ​ແລດ ທີ່​ມີ​ຄາ​ເຟ​ອີນ​ທີ່​ສູງ ເປັນ​ດື່ມ​ຊາ​ຂຽວ​ທີ່​ມີ ສານ​ຕ້ານ​ມະ​ເຮັງ ດື່ມ​ນ້ຳ​ສະ​ອາດ ຫລື​ ນ້ຳ​ຕອງ​ດີ​ທີ່ສຸດ ຫລີກ​ລ້ຽງ​ນ້ຳ​ປະ​ປາ ແລະ​ ເຄື່ອງ​ດື່ມ​ແອນ​ກໍ​ຮໍ​ທີ່​ມີສະພາບ​ເປັນ​ກົດ
6. ຊີ້ນສັດຍ່ອຍ​ຢາກ ແລະ ​ຕ້ອງ​ການ​ເອັນ​ໄຊ​ໃນ​ການ​ຍ່ອຍ​ເປັນ​ຈຳນວນ​ຫລາຍ ແລະ ​ຊີ້ນທີ່​ຍ່ອຍ​ບໍ່​ໝົດ ຈະ​ຄົງ​ຕົກ​ຄ້າງ​ຢູ່ໃນ​ລຳ​ໄສ້ ອັນ​ນຳ​ໄປ​ສູ່​ສານ​ພິດ​ຕົກ​ຄ້າງ
7. ເຊວມະເຮັງ ມີ​ໂປ​ຕີນ​ທີ່​ຍາກ​ແກ່​ການ​ທຳລາຍ​ ກາ​ນບໍ​ລິ​ໂພກ​ຊີ້ນສັດ​ນ້ອຍ​ລົງ ຈະ​ເຮັດໃຫ້​ລະບົບ​ພູ​ມິ​ຄຸ້ມ​ກັນ​ຂອງ​ຮ່າງກາຍ​ໄປ​ທຳລາຍ​ເຊວມະ​ເຮັງ​ໄດ້​ງ່າຍ​ຂຶ້ນ
8. ອາຫານ​ເສີມ​ບາງຢ່າງ​ຊ່ວຍ​ເສີມ​ສ້າງ​ຄວາມ​ແຂງ​ແຮງ​ໃຫ້​ກັບ​ລະບົບ​ພູ​ມ​ຄຸ້ມ​ກັນ ເພື່ອ​ໄປ​ທຳລາຍ​ເຊວ​ມະ​ເລັງ ເຊັ່ນ ວິ​ຕາ​ມິນ​ອີ ວິ​ຕາ​ມິນ​ຊີ
9. ເຊວມະເຮັງ ເປັນ​ເຊື້ອ​ພະຍາດ​ຂອງ​ຈິດ​ໃຈ ຮ່າງກາຍ ແລະ​ ຈິດ​ວິນ​ຍານ ການ​ຄວບ​ຄຸມ​ອາລົມ ແລະ​ ເບິ່ງ​ໂລກ​ໃນ​ແງ່​ດີ​ຈະ​ຊ່ວຍ​ໃຫ້​ລະບົບ​ພູ​ມ​ຄຸ້ມ​ກັນ​ດີ​ຂຶ້ນ ອາລົມ​ຮ້າຍ ຫລື ​ຄວາມ​ຄຽດ​ຈະ​ສ້າງ​ສະພາບ​ຄວາມ​ເປັນ​ກົດ​ໃຫ້​ຮ່າງກາຍ ຄວນ​ຮຽນ​ຮູ້​ທີ່​ຈະ​ຮັກ ແລະ ​ໃຫ້​ອະ​ໄພ ພັກ​ຜ່ອນ ​ແລະ ​ວ່ນຊື່ນ​ກັບ​ການ​ໃຊ້​ຊີວິດ
10. ເຊວ​ມະ​ເຮັງ​ບໍ່​ສາມາດ​ຈະເລີນ​ເຕີບໂຕ​ໃນ​ທີ່​ມີ​ອອກ​ຊິ​ເຈນ​ໄດ້ ການ​ອອກ​ກຳ​ລັງ​ກາຍ​ທຸກ​ມື້ ແລະ ​ຫາຍ​ໃຈ​ເຂົ້າ​ເລິກ​ເລິກ ຈະ​ຊ່ວຍ​ເພີ່ມ​ລະ​ດັບ ອອກ​ຊິ​ເຈນ​ໃນ​ເຊວ ການ​ບຳ​ບັດ​ດ້ວຍ​ອອກ​ຊິ​ເຈນ​ກໍ​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ທີ່​ຈະ​ທຳລາຍ​ເຊວ​ມະ​ເຮັງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...