spot_img
Homeຂ່າວພາຍ​ໃນລາຍງານສະພາບລະບາດໂຄວິດ-19 ພາຍໃນປະເທດ 7 ມັງກອນ 2022

ລາຍງານສະພາບລະບາດໂຄວິດ-19 ພາຍໃນປະເທດ 7 ມັງກອນ 2022

Published on

ດັ່ງທີ່ບັນດາທ່ານ ຮູ້ນຳກັນ ມື້ວານນີ້ ໄດ້ພົບຄົນເຈັບຕິດເຊື້ອສາຍພັນໂອໄມຄອນກໍລະນີທຳອິດ ໃນ ສປປລາວ ເຊີ່ງເປັນຄົນເຈັບຕິດເຊື້ອທີ່ເດີນທາງມາຈາກຕ່າງປະເທດ ພາຍຫຼັງມາຮອດ ສປປລາວ ກໍ່ໄດ້ມີການເກັບຕົວຢ່າງ ແລະ ຈຳກັດບໍລິເວນຕາມສະຖານທີ່ທີ່ທາງຄະນະສະເພາະກິດໄດ້ກຳນົດໄວ້ ແລະ ສຳລັບຜູ້ໂດຍສານອື່ນທີ່ຮ່ວມເດີນທາງມານຳກັນກໍ່ໄດ້ເຂົ້າຈຳກັດບໍລິເວນຕາມລະບຽບການຢູ່ໃນບັນດາໂຮງແຮມທີ່ທາງຄະນະສະເພາະກິດກຳນົດໄວ້ ແລະ ກໍ່ໄດ້ແຈ້ງໃຫ້ບັນດາໂຮງແຮມເຂັ້ມງວດການຈຳກັດບໍລິເວນຂອງຜູ້ໂດຍສານທີ່ເດີນທາງມາຈາກຖ້ຽວບີນດັ່ງກ່າວ ແລະ ເຂັ້ມງວດໃຫ້ພະນັກງານບໍລິການໃນໂຮງແຮມໃຫ້ປ້ອງກັນຕົນເອງຢ່າງເຂັ້ມງວດໃນເວລາແຈກຢາຍອາຫານ ນ້ຳດື່ມຫຼືເຄື່ອງໃຊ້ຕ່າງໆ ແລະ ຈະໄດ້ກວດຫາເຊື້ອ ໃນມື້ທີ່ 12 ກ່ອນອອກຈາກການຈຳກັດບໍລິເວນ.

• ບັນດາທ່ານທີ່ນັບຖື , ພະຍາດໂຄວິດ ສາຍພັນໂອໄມຄອນ ແມ່ນໄດ້ຖືກພົບໃນຫຼາຍກ່ວາ 130 ປະເທດ ໃນນັ້ນປະເທດລາວກໍ່ໄດ້ພົບກໍລະນີທຳອິດ, ສາຍພັນໂອໄມຄຣອນເປັນສາຍພັນທີ່ອົງການອະນາໄມໂລກຈັດເປັນສາຍພັນທີ່ນ່າເປັນຫ່ວງ ເພາະເປັນສາເຫດໃກ້ແກ່ການເກີດລະບາດຮອບໃໝ່ໃນຫຼາຍປະເທດ, ເຖິງແມ່ນວ່າ ສປປ ລາວ ໄດ້ຄົ້ນພົບຜູ້ຕິດເຊື້ອນໍາເຂົ້າ ທີ່ເປັນສາພັນໂອໄມຄອນຜູ້ທຳອິດ ເຊິງໄດ້ເຂົ້າມາກັກບໍລິເວນຢູ່ທີ່ໂຮງແຮມທີ່ຄະນະສະເພາະກິດໄດ້ກໍານົດໄວ້ ແລ້ວກໍ່ຕາມ, ແຕ່ກໍ່ຍັງມີການເຝົ້າລະວັງ ຕິດຕາມຢ່າງໃກ້ຊິດບັນດາຜູ້ທີ່ສໍາຜັດໃກ້ຊິດເຊັ່ນ: ພະນັກງານປະຈຳສະໜາມບິນ, ພະນັກງານຂັບລົດສົ່ງຜູ້ໂດຍສານໄປໂຮງແຮມຈຳກັດບໍລິເວນ, ພະນັກງານຕ້ອນຮັບໂຮງແຮມ.

• ດັ່ງທີ່ບັນດາທ່ານຮູ້ດີແລ້ວວ່າ ສາຍພັນໂອໄມຄອນນີ້ມີການແຜ່ເຊື້ອໄປຫາຜູ້ອື່ນ ແຜ່ເຊື້ອຫາຫຼາຍຄົນໄດ້ໄວ ເປັນວົງກ້ວາງ ເຊິ່ງຜູ້ທີ່ຕິດເຊື້ອສາຍພັນນີ້ແມ່ນມີອາການ ເມື່ອຍປວດຕາມກ້າມຊີ້ນ, ເຈັບຄໍ, ໄອເເຫ້ງ, ເຈັບຫົວ, ມີໄຂ້ຕໍ່າໆ.

• ຈາກການສືກສາຄົ້ນຄ້ວາຂອງບັນດານັກວິທະຍາສາດ ຫຼາຍປະເທດ ກ່ຽວກັບ ສາຍພັນ ່ ໂອໄມຄຣອນ ພົບວ່າ ເຖິງວ່າເຊື້ອພະຍາດຈະມີການກະຈາຍໂຕໄວເຮັດໃຫ້ຕິດເຊື້ອງ່າຍຂື້ນ 3-3,5 ເທົ່າ ທຽບໃສ່ສາຍພັນທີ່ລະບາດກ່ອນໜ້ານີ້ ແຕ່ວ່າ ອາການຂອງບັນດາຄົນເຈັບທີ່ຕິດເຊື້ອແມ່ນຂ້ອນຂ້າງ ເບົາບາງ ຫາ ປານກາງ, ໃນທະວີບອາຟຣິກກາໃຕ້ພົບວ່າອັດຕາການເສຍຊີວິດຂອງຄົນເຈັບທີ່ຕິດເຊື້ອສາຍພັນໂອໄມຄຣອນປະມານ 6% ເຊີ່ງອັດຕາການເສຍຊີວິດຕ່ຳກ່ວາສາຍພັນທີ່ພົບໃນໄລຍະຜ່ານມາທີ່ມີອັດຕາການເສຍຊີວິດ 17% ແຕ່ກໍ່ພົບວ່າມີອັດຕາການເສຍຊີວິດໃນໄວໜຸ່ມ ຊ່ວງອາຍຸ 20-40 ປີສຳລັບສາຍພັນໂອໄມຄຣອນ, ນອກຈາກນີ້ ຜູ້ທີ່ເຂົ້ານອນປີ່ນປົວສາຍພັນໂອໂມຄຣອນຢູ່ໂຮງໝໍຍັງມີອາການດີໄວຂື້ນກ່ວາເກົ່າໃຊ້ເວລາສະເລ່ຍປີ່ນປົວປະມານ 2.8 ມື້ ທຽບໃສ່ສາຍພັນຜ່ານມາທີ່ນອນປີ່ນປົວສະເລ່ຍປະມານ 8,5ມື້ ແລະ ຄາດຄະເນວ່າອາດສ້າງຄວາມເສຍຫາຍ ໄດ້ນ້ອຍກ່ວາ ສາຍພັນ ເດວຕ້າ ຫຼືສາຍພັນຜ່ານມາ. ແຕ່ເຖີງຢ່າງໃດກໍ່ຕາມສາຍພັນນີ້ ອາດຈະມີການຮຸນແຮງຂື້ນຖ້າເກີດໃນຜູ້ທີ່ມີພະຍາດປະຈໍາຕົວ ຫຼື ໃນຜູ້ສູງອາຍຸ, ແລະ ສາຍພັນ ໂອມິຄອນ ນີ້ ອາດຈະເຮັດໃຫ້ມີການຕິດເຊື້ອໄດ້ຊໍ້າຄືນໄດ້ປະມານສາມເທົ່າຕົວ ຖ້າທຽບໃສ່ ສາຍພັນເດວຕ້າ, ເຖີງຢ່າງໃດກໍ່ຕາມການສືກສານີ້ນັກວິທະຍາສາດກໍ່ຈະຕ້ອງໄດ້ດຳເນີນການສືກສາຄົ້ນຄ້ວາລະອຽດຕື່ມອີກ ຄາດວ່າອີກ ບໍ່ດົນໃນຕໍ່ໜ້າພວກເຮົາກໍ່ໄດ້ມີຂໍ້ມູນທີ່ຊັດເຈນຂື້ນກ່ວາເກົ່າ.

• ອີກເທື່ອໜື່ງກໍ່ບໍ່ໃຫ້ປະຊາຊົນ ແລະ ບັນດາທ່ານທີ່ກຳລັງຕິດຕາມຮັບຊົມ ແລະ ຮັບຟັງບໍ່ໃຫ້ມີຄວາມແຕກຕື່ນ ແລະ ຢ້ານກົວຈົນເກີນເຫດ ເພາະ ມາດຕະການທີ່ທາງຄະນະສະເພາະກິດເຮົາວາງອອກມາກໍ່ຮັດກຸມຢ່າງພຽງພໍ ແລະ ມາດຕະການດັ່ງກ່າວແມ່ນ ກໍ່ຍັງແມ່ນມາດຕະການທີ່ເຄີຍປະຕິບັດຜ່ານມາໃນການປ້ອງກັນໂຄວິດທົ່ວໄປ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ. ນອກຈາກນີ້ ຈະໄດ້ເຂັ້ມງວດໃນການກັ່ນກອງຜູ້ທີ່ເດີນທາງມາຈາກຕ່າງປະເທດ, ໂດຍສະເພາະຈາກບັນດາປະເທດທີ່ມີລາຍງານການລະບາດຂອງ Omicron, ເລັ່ງການສັກຢາວັກຊີນໃຫ້ໄດ້ບັນລຸເກີນ 70% ລວມທັງເຂັມກະຕຸ້ນ ເພື່ອໃຫ້ປະຊາຊົນມີພູມປ້ອງກັນຕໍ່ການຕິດເຊື້ອ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...