Homeຂ່າວຕ່າງປະເທດປະຊາຊົນກາຊັກສະຖານພັນຄົນຫຼາຍອອກມາປະທ້ວງເນື່ອງຈາກລາຄານໍ້າຂຶ້ນ

ປະຊາຊົນກາຊັກສະຖານພັນຄົນຫຼາຍອອກມາປະທ້ວງເນື່ອງຈາກລາຄານໍ້າຂຶ້ນ

Published on

ການປະທ້ວງເນື່ອງຈາກການປັບລາຄານໍ້າມັນຂຶ້ນໃນກາຊັກສະຖານຮຸນແຮງຂຶ້ນເລື້ອຍໆ! ປັດຈຸບັນຫຼາຍເມືອງໄດ້ປະກາດໃຊ້ພາວະສຸກເສີນ.

ເລີ່ມແຕ່ປີ2022 ເປັນຕົ້ນມາມາ, ປະເທດກາຊັກສະຖານໄດ້ຂຶ້ນລາຄາແກັສນໍ້າມັນ (LPG) ທີ່ປະຊາຊົນທາງພາກຕາເວັນຕົກນິຍົມໃຊ້ເຕີມນໍ້າມັນລົດໃຫຍ່ ເຫດການດັ່ງກ່າວເຮັດໃຫ້ປະຊາຊົນຫຼາຍພັນຄົນອອກມາເດີນຂະບວນປະທ້ວງໃນເມືອງເອົາມາຕີ້ ເມືອງໃຫຍ່ສຸດຂອງປະເທດ ແລະ ໃນແຂວງແມງກິສເຕົາ ທາງຕາເວັນຕົກ ກຸ່ມປະທ້ວງກ່າວວ່າ: ການຂຶ້ນລາຄານໍ້າມັນບໍ່ຍຸດຕິທຳ ເພາະປະເທດຕົນສົ່ງອອກນໍ້າມັນ ແລະ ແກັສ, ມີແຫຼ່ງພະລັງງານສຳຮອງຫຼາກຫຼາຍ.

ຫຼ້າສຸດ, ສຳນັກຂ່າວ AFP ລາຍງານ: ເຈົ້າໜ້າທີ່ຕຳຫຼວດໄດ້ລະເບີດຄວັນ ແລະ ແກັສນໍ້າຕາກັບຜູ້ປະທ້ວງຫຼາຍພັນຄົນ ບາງຄົນມີກະບອງ ແລະ ແນວປ້ອງກັນທີ່ຍຶດໄດ້ຈາກເຈົ້າໜ້າທີ່, ເຖິງຢ່າງໃດກໍບໍ່ສາມາດປ້ອງກັນສະກັດກັ້ນກຸ່ມປະທ້ວງເຂົ້າໄປໃນສຳນັກງານນາຍົກເທດສະມົນຕີເມືອງເອົ້າມາຕີໄດ້ ເຊິ່ງຕຳຫຼວດໄດ້ຈັບກຸມຜູ້ປະທ້ວງກວ່າ 200 ຄົນ ແລ້ວ.

ມາຮອດມື້ນີ້, ວັນທີ 6 ມັງກອນ ເນື່ອງຈາກການປະທ້ວງຍັງຮຸນແຮງ ຈົນເຖິງຂັ້ນປິດອິນເຕີເນັດ ສົ່ງຜົນໃກ້ Hash Rate ເຄື່ອນຂ່າຍ Bitcoin ຕົກ 13.4%

ການປະທ້ວງເທື່ອນີ້ຖືເປັນໄພຄຸກຄາມໃຫຍ່ທີ່ສຸດຕໍ່ລະບອບທີ່ກໍ່ຕັ້ງໂດຍປະທານາທິບໍດີນູຊຸນຕັນ ປະທານາທິບໍດີລຸ້ນກໍ່ຕັ້ງປະເທດ 2532 ທີ່ຍອມລາອອກໃນປີ 2562 ແລ້ວແຕ່ງຕັ້ງທາຍາດທີ່ໄວ້ວາງໃຈ ຄັດຊິມ ໂຈມາດ ໂຕຄາເຢ ໃຫ້ສືບແທນ ໂດຍທີ່ຊຸນຕັນໃນໄວ 81 ປີ ຍັງຄົງຄວມຄຸມປະເທດໃນຕຳແໜງປະທານຄະນະລັດຖະມົນຕີຄວາມໜັ່ນຄົງ ແລະ ຜູ້ນຳປະເທດ

ສຳລັບ ທ່ານ ຄັດຊິມ ປະທານາທິບໍດີສືບແທນ ແມ່ນກຳລັງເລັ່ງດຳເນີນການຄວບຄຸມຄວາມບໍ່ສະຫງົບໃຫ້ໄວທີ່ສຸດ ແລະ ຍມອຮັບການລາອອກຂອງລັດຖະບານພາຍໃຕ້ການນຳຂອງນາຍົກ ອັນຄາ ມາມິນ ທີ່ປະກາດພາວະສຸກເສີນໃນເມືອງຫຼວງນຸນ – ສຸຕ່ານ, ເອົ້າມາຕີ ແລະ ມັງກີເຕົາ ເປັນເວລາ 2 ອາທິດ ນັບແຕ່ວັນທີ 5 ຫາ 19 ມັງກອນ 2021 ແລະ ປະກາດມາດຕະການເຄີຟິວໃນຍາມກາງຄືນໃນພື໊ນທີ່ດັ່ງກ່າວຄືເວລາ 23:00 – 07:00 ໂມງ.

ປະເທດກາຊັກສະຖານ (Kazakhstan) ເປັນປະເທດທີ່ມີຊາຍແດນຕິດກັບປະເທດຣັດເຊຍ ແລະ ຈີນ.

ແຫຼ່ງຂໍ້ມູນ: CNN, Thaipost

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...