Homeຂ່າວຕ່າງປະເທດຈີນລັອກດາວ 1.2 ລ້ານຄົນ ຫຼັງພົບ 3 ຄົນຕິດໂຄວິດ-19 ບໍ່ສະແດງອາການ

ຈີນລັອກດາວ 1.2 ລ້ານຄົນ ຫຼັງພົບ 3 ຄົນຕິດໂຄວິດ-19 ບໍ່ສະແດງອາການ

Published on

ໃນວັນທີ 4 ມັງກອນ 2022 ຜ່ານມາ, ສໍານັກຂ່າວເອເອັບພີ ໄດ້ລາຍງານວ່າ: ເມືອງ ຍູໂຈວ ແຂວງເຫີນໜານ, ປະເທດຈີນໄດ້ນຳໃຊ້ມາດຕະການລັອກດາວ ຕັ້ງແຕ່ວັນທີ 3 ມັງກອນ 2022 ເປັນຕົ້ນໄປ. ຫຼັງຈາກພົບຜູ້ປ່ວຍທີ່ຕິດເຊື້ອໂຄວິດ-19 ຈຳນວນ 3 ຄົນທີ່ບໍ່ມີອາການ ສົ່ງຜົນໃຫ້ປະຊາຊົນໃນເມືອງປະມານ 1.17 ລ້ານຄົນ ຕ້ອງກັກໂຕຢູ່ເຮືອນເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ໃນຂະນະທີ່ ລັດທະບານຈີນຍັງຄົງໃຊ້ກົນລະຍຸດ Zero Covid  ຫຼື ຄວບຄຸມໂຄວິດໃຫ້ເປັນສູນໂດຍໃຊ້ມາດຕະການລັອກດາວ ແລະ ເຝົ້າລະວັງເຂດພົມແດນຢ່າງເຂັ້ມງວດຕັ້ງແຕ່ມີການລະບາດຂອງໄວຣັສ. ທາງການເມືອງຍູໂຈວ ສັ່ງຫ້າມປະຊາຊົນທຸກຄົນອອກນອກທີ່ພັກ ແລະ ຕ້ອງຊ່ວຍກັນເຝົ້າລະວັງບໍລິເວນເຂດນອກເມືອງ ເພື່ອດຳເນີນຄວບຄຸມການແຜ່ລະບາດ ລວມເຖິງການປິດໃຫ້ບໍລິການລົດໂດຍສານ, ຮ້ານຊັບພະສິນຄ້າ ແລະ ສະຖານທີ່ທ່ອງທ່ຽວ.

ນອກຈາກນີ້, ຈີນຍັງພົບຜູ້ປ່ວຍໂຄວິດ-19 ໃໝ່ອີກ 175 ລາຍເຊິ່ງເປັນໂຕເລກທີ່ຕໍ່າເມື່ອທຽບໃສ່ປະເທດອື່ນ ແຕ່ມີຜູ້ຕິດເຊື້ອລາຍໃໝ່ໃນຈີນສູງຂຶ້ນໃນຊ່ວງອາທິດທີ່ຜ່ານມາ ແລະ ເພີ່ມຂຶ້ນສູ່ຈຸດສູງສຸດນັບຕັ້ງແຕ່ເດືອນ ມີນາ ປີ 2020.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...