spot_img
Homeນານາສາລະກິນແນວໃດໃຫ້ດີຕໍ່ຮ່າງກາຍ ໃນປີໃໝ່ນີ້

ກິນແນວໃດໃຫ້ດີຕໍ່ຮ່າງກາຍ ໃນປີໃໝ່ນີ້

Published on

ປີໃໝ່ເປັນຊ່ວງເວລາທີ່ຫຼາຍໆຄົນໃຊ້ເປັນຈຸດເລີ່ມຕົ້ນ ໃນການປ່ຽນແປງຕົນເອງ ເລີ່ມເຮັດສິ່ງໃໝ່ໆ ເຊັ່ນການຫັນມາດູແລຕົນເອງໃຫ້ຖືກຕ້ອງຫຼາຍຂຶ້ນ ດ້ວຍວິທີທີ່ແຕກຕ່າງກັນເປັນຕົ້ນການ ຫຼຸດນໍ້າໜັກ, ອອກກໍາລັງກາຍ, ກິນອາຫານເພື່ອສຸຂະພາບ ລາວໂພສເລີຍນໍາບົດຄວາມທີ່ໃຫ້ຂໍ້ແນະນໍາກ່ຽວກັບການເລືອກກິນອາຫານທີ່ມີຜົນດີຕໍ່ສຸຂະພາບ ມາຝາກທຸກຄົນກັນ

  1. ເລີ່ມຕົ້ນດ້ວຍການທົບທວນຕົນເອງຄືນໃໝ່

ເບິ່ງຍ້ອນກັບໄປໃນປີທີ່ຜ່ານມາ ແລະ ສໍາຫຼວດສຸຂະພາບຂອງຕົນເອງວ່າ ສຸຂະພາບຂອງເຮົາເປັນແບບໃດ “ນໍ້າໜັກ” ເພີ່ມຂຶ້ນ ຫຼື ຈ່ອຍລົງ ບໍ່? ເຂົ້າໂຮງໝໍດຸປານໃດໃນຊ່ວງທີ່ຜ່ານມາ? ເຈັບທ້ອງ, ເຈັບຫົວ ຫຼາຍປານໃດ… ການສັງເກດຕົນເອງໃນໄລຍະທີ່ຜ່ານມາ ເປັນສິ່ງທີ່ເຮົາຕ້ອງເຮັດເປັນອັນດັບທໍາອິດ

  1. ສັງເກດອາຫານການກິນ ແລະ ການອອກໍາລັງກາຍ

ໃຫ້ສັງເກດເບິ່ງຕົນເອງໃນຊ່ວງທີ່ຜ່ານມາວ່າ ເຮົາໄດ້ອອກກໍາລັງກາຍເປັນປະຈໍາ ຫຼື ມີແຕ່ນັ່ງໆ ນອນໆ ຢ່າງດຽວ. ສັງເກດການກິນວ່າເຮົາກິນຕາມໃຈປາກຫຼາຍຈົນເກີນໄປ ຫຼື ບໍ່? ກິນອາຫານຄົບ 5 ໝູ່ບໍ່? ກິນຜັກ, ໝາກໄມ້ ພຽງພໍ ຫຼື ບໍ່? ຕິດຊານົມໄຂ່ມຸກ, ກິນເຄັມ, ກິນຫວານ ຫຼາຍເກີນໄປບໍ່?

  1. ບໍລິຫານອາລົມ, ບໍ່ເຄັ່ງຄຽດກັບທຸກເລື່ອງ

ສັງເກດເບິ່ງວ່າໃນຊ່ວງທີ່ຜ່ານມາ ໃນເລື່ອງ “ອາລົມ” ຂອງເຮົາມີສິ່ງໃດທີ່ເປັນດ້ານລົບມາກະທົບຈິດໃຈເຮົາ ຫຼື ບໍ່ ແລະ ຫຼາຍໜ້ອຍປານໃດ? ເຮົາມີທີແກ້ໄຂກັບສິ່ງເຫຼ່ົານັ້ນແນວໃດ? ເພາະສຸຂະພາບຈິດກໍເປັນສິ່ງສໍາຄັນທີ່ຈະສົ່ງຜົນກະທົບຕໍ່ກັບສຸຂະພາບຮ່າງກາຍຂອງຄົນເຮົາ

  1. ສ້າງຈຸດປ່ຽນສຸຂະພາບໃຫ້ດີຂຶ້ນກວ່າເກົ່າ

ຖ້າສໍາຫຼວດແລ້ວພົບວ່າ ພຶດຕິກໍາຂອງເຮົາ ອຽງໄປທາງດ້ານລົບ ບໍ່ມັກອອກກໍາລັງກາຍ, ກິນມົ້ວຊົ້ວ, ທ່ານກໍຄວນເອົາວັນທີ 1 ມັງກອນ ຫຼື ຕົ້ນປີ ເປັນມື້ທີ່ເລີ່ມຕົ້ນຂອງການປ່ຽນແປງຊີວິດໃໝ່, ຖ້າເຮົາບໍ່ປ່ຽນແປງຕົນເອງໃນມື້ນີ້ ສຸຂະພາບຂອງເຮົາກໍຈະຕົກຕໍ່າໄປຕາມອາຍຸທີ່ເພີ່ມຂຶ້ນໄປອີກ

  1. ລະວັງອາຫານທີ່ມີແຄລລໍ່ລີ່ສູງ

ເພາະອາຫານຈໍາພວກນີ້ອາດຈະເຮັດໃຫ້ເຮົາຕຸ້ຍຢ່າງບໍ່ຮູ້ໂຕ, ບໍ່ວ່າຈະເປັນອາຫານຄາວ ຫຼື ອາຫານຫວານ. ດັ່ງນັ້ນ, ກ່ອນທີ່ຈະກິນອາຫານ ໃຫ້ຄໍານຶ່ງເຖິງປະລິມານຂອງແຄລລໍ່ລີ່ໃຫ້ຫຼາຍຂຶ້ນ

  1. ເລືອກກິນອາຫານໃຫ້ຄົບ 5 ໝູ່ໃນທຸກໆຄາບ

ເທັກນິກການເລືອກກິນອາຫານທີ່ຄົບ 5 ໝູ່ ປະກອບໄປດ້ວຍ:

  • ທາດໂປຣຕີນ (ຊີ້ນ, ໄຂ່, ນົມ, ຖົ່ວ) ທາດແປ້ງ (ເຂົ້າ, ແປ້ງ, ນໍ້າຕານ, ເຜືອກ, ມັນ) ທາດເກືອແຮ່ (ພືດ, ຜັກ) ທາດວິຕາມິນ (ໝາກໄມ້) ທາດໄຂມັນ (ໄຂມັນຈາກພືດ ແລະ ສັດ)
  • ລົດຊາດຂອງອາຫານຈະຕ້ອງບໍ່ ຫວານເກີນໄປ, ເຄັມເກີນໄປ ຫຼື ມັນເກີນໄປ
  • ຫຼີກລ່ຽງອາຫານປະເພດ ທອດ, ຂົ້ວ
  • ເລືອກກິນອາຫານປະເພດ ຕົ້ມ, ແກງ, ໜຶ້ງ, ປີ້ງ ແຕ່ຕ້ອງລະວັງຫ້າມເຮັດໄໝ້ຫຼາຍ
  • ປະເພດຂອງຫວານເຊັ່ນ ເຄັກ, ເຂົ້າໜົມຕ່າງໆ ກິນໄດ້ ແຕ່ຕ້ອງຮູ້ຈໍາກັດປະລິມານ ກິນພໍຫາຍາກ ຫ້າມກິນຈົນອິ່ມ.

ອ້າງອີງ: Sanook

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...