Homeຂ່າວພາຍ​ໃນຂັ້ນຕອນໃນການປະກອບເອກະສານຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ

ຂັ້ນຕອນໃນການປະກອບເອກະສານຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ

Published on

ສຶກສາຄໍາແນະນໍາ ກ່ຽວກັບຂັ້ນຕອນລະອຽດໃນການປະກອບເອກະສານຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂອງກະຊວງ ການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ສໍາລັບບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງຈະເດີນທາງ ເຂົ້າ-ອອກ ສປປ ລາວ ແມ່ນໃຫ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການ ດັ່ງນີ້:

ການສະເຫນີຂໍອະນຸຍາດເຂົ້າ ສປປ ລາວ: 1. ກ່ອນຈະເດີນທາງເຂົ້າ ສປປ ລາວ

1.1 ກະຊວງ ແລະ ອົງການທຽບເທົ່າ ທີ່ມີຄວາມຈໍາເປັນອັນຮີບດ່ວນຮັບເອົາຊ່ຽວຊານ, ວິຊາການ, ອງສາສະຫມັກ ແລະ ນັກສຶກສາຕ່າງປະເທດ ໃຫ້ສະເຫນີເປັນລາຍລັກອັກສອນເຖິງ ຄະນະສະເພາະກິດກະຊວງການ ຕ່າງປະເທດ ໂດຍຜ່ານຂະແຫນງການທີ່ກ່ຽວຂ້ອງ ເພື່ອພິຈາລະນາອະນຸມັດ (ສະຖານທີ່ປະຈໍາການ ຢູ່ ກົມກົງສຸນ, ກະຊວງການຕ່າງປະເທດ);

1.2 ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຄວາມຈໍາເປັນຈະເອົານັກລົງທຶນ ແລະ ນັກທຸລະກິດ ເຂົ້າ ສປປ ລາວ ເພື່ອດໍາເນີນການສຶກສາການລົງທຶນ, ເຊັນສັນຍາ ຫຼື ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຕ້ອງດໍາເນີນ ຕາມຂັ້ນຕອນຂອງຂະແຫນງການທີ່ກ່ຽວຂ້ອງ ກ່ອນຈະສະເຫນີເປັນລາຍລັກອັກສອນເຖິງ ຄະນະສະເພາະ ກິດກະຊວງການຕ່າງປະເທດ, ເອກະສານປະກອບມີ:

  • ໃບອະນຸຍາດລົງທຶນພາຍໃນ ແລະ ຕ່າງປະເທດ;
  • ໃບທະບຽນວິສາຫະກິດ;
  • ໃບຢັ້ງຢືນການມອບພັນທະອາກອນປະຈໍາປີ;

.

.

.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...