spot_img
Homeຂ່າວຕ່າງປະເທດຝັງໄມໂຄຣຊິບໃສ່ພື້ນຜິວໜັງ ທາງເລືອກໃໝ່ເພື່ອສະແດງໃບຢັ້ງຢືນສີດວັກຊີນ

ຝັງໄມໂຄຣຊິບໃສ່ພື້ນຜິວໜັງ ທາງເລືອກໃໝ່ເພື່ອສະແດງໃບຢັ້ງຢືນສີດວັກຊີນ

Published on

ບໍລິສັດແຫ່ງໜຶ່ງໃນສະວີເດນ ໄດ້ເປີດຕົວອຸປະກອນໄມໂຄຣຊິບທີ່ຕັ້ງໂປຣແກຣມສຳລັບສະແດງໃບຢັ້ງຢືນການສີດວັກຊີນປ້ອງກັນໂຄວິດ-19 ຫຼື ພາສປອດວັກຊີນ ເພື່ອອຳນວຍຄວາມສະດວກສະບາຍ ແລະຊ່ວຍໃຫ້ການໃຊ້ຊີວິດງ່າຍຂຶ້ນ.

ການເຮັດວຽກຂອງອຸປະກອນໄມໂຄຣຊິບກໍບໍ່ມີຫຍັງຫຍຸ້ງຍາກ ເມື່ອຜູ້ທີ່ຝັງຊິບໃສ່ພື້ນຜິວໜັງທີ່ຢູ່ຫຼັງມື ຫຼື ແຂນ ຕ້ອງການເປີດຂໍ້ມູນໃບຢັ້ງຢືນການສີດວັກຊີນ ກໍພຽງແຕ່ແຕະໃສ່ບໍລິເວນຝັງຊິບແນບກັບສະມາດໂຟນ ເພື່ອເປັນການປົດລັອກຊິບໃຫ້ເປີດໄຟພີດີເອຟ (PDF) ຈາກນັ້ນເອກະສານຢັ້ງຢືນການສີດວັກຊີນກໍຈະປາກົດຢູ່ເທິງສະມາດໂຟນ ສ່ວນລາຄາຝັງຊິບແມ່ນປະມານ 100 ເອີໂຣ ຫຼື ປະມານ 1.260.000 ກີບ.

ເຈົ້າຂອງຜະລິດຕະພັນໄມໂຄຣຊິບ ຍັງເປີດເຜີຍຕື່ມວ່າ ອຸປະກອນດັ່ງກ່າວບໍ່ມີແບັດເຕີຣີ ເຮັດໃຫ້ບໍ່ສາມາດສົ່ງສັນຍານໄດ້ດ້ວຍຕົນເອງ ມັນຈິ່ງຢູ່ຢ່າງສະຫງົບໃນພື້ນຜິວໜັງທັງບໍ່ກໍ່ໃຫ້ເກີດຄວາມເຈັບປວດໃດໆ ແລະບໍ່ສາມາດບອກຕຳແໜ່ງຂອງຜູ້ໃຊ້ງານໄດ້, ພ້ອມເປີດໃຊ້ງານກໍເມື່ອມັນສຳຜັດກັບສະມາດໂຟນຂອງຜູ້ຝັງຊິບເທົ່ານັ້ນ. ຢ່າງໃດກໍຕາມ, ການຝັງຊິບລັກສະນະນີ້ຕ້ອງເປັນໄປດ້ວຍຄວາມສະໝັກໃຈ ແລະບໍ່ມີການບັງຄັບກັນແຕ່ຢ່າງໃດ.

ຂໍ້ມູນຈາກ: ໄທຣັດອອນລາຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...