Homeຂ່າວຕ່າງປະເທດອິນໂດເນເຊຍ ໄວລຸ້ນຈັບມີດໄລ່ຟັນຜູ້ດູແລວັດ ເຫດຍ້ອນປ່ຽນລະຫັດ Wi-Fi

ອິນໂດເນເຊຍ ໄວລຸ້ນຈັບມີດໄລ່ຟັນຜູ້ດູແລວັດ ເຫດຍ້ອນປ່ຽນລະຫັດ Wi-Fi

Published on

ວັນທີ 24 ທັນວາ 2021 ໃນສື່ອອນລາຍໄດ້ມີການເວົ້າເຖິງວິດີໂອຈາກກ້ອງວົງຈອນປິດ ທີ່ວັດແຫ່ງໜຶ່ງ ຢູ່ອິນໂດເນເຊຍ ເຊິ່ງມີພາບຊາຍ 3 ຄົນ ກໍາລັງແລ່ນໜີຢ່າງສຸດຊີວິດ ໂດຍມີໄວລຸ້ນ 2 ຄົນ ຈັບມີດຂະໜາດໃຫຍ່ກໍາລັງໄລ່ນໍາພວກເຂົາ.
ຕາມການລາຍງານຂອງ ສໍານັກຂ່າວ Tribun News ລະບຸວ່າ ຕໍາຫຼວດທ້ອງຖິ່ນຮູ້ຕົວບຸກຄົນທີ່ກ່ຽວຂ້ອງທັງໝົດແລ້ວ ແລະ ເປີດເຜີຍວ່າ ເຫດການໃນຄັ້ງນີ້ມີຕົ້ນຕໍມາຈາກການຜິດຖຽງກັນ ລະຫວ່າງຜູ້ດູແລວັດ ແລະ ໄວລຸ້ນ 2 ຄົນ, ເຊິ່ງໄວລຸ້ນບໍ່ພໍໃຈທີ່ຜູ້ດູແລວັດປ່ຽນລະຫັດ Wi-fi ຂອງວັດ.

ຜູ້ບັນຊາການຕໍາຫຼວດ ໃນເມືອງດັ່ງກ່າວ ເປີດເຜີຍໃນເວລາຕໍ່ມາວ່າ ໄວລຸ້ນທັງ 2 ຄົນແມ່ນຖືກຕໍາຫຼວດຈັບຕົວໄດ້ແລ້ວໃນຕອນເຊົ້າຂອງວັນທີ 25 ທັນວາ ຫຼັງໄດ້ຮັບແຈ້ງຄວາມເລື່ອງດັ່ງກ່າວຈາກພົນລະເມືອງດີ ແລະ ຜູ້ຖືກກະທໍາທັງ 3 ຄົນກໍຍັງໄດ້ຢູ່ໃນຂະບວນການເອົາຜິດກັບ 2 ໄວລຸ້ນນັ້ນອີກດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...