spot_img
Homeຂ່າວຕ່າງປະເທດພະນັກງານອົງການຊ່ວຍເຫຼືອເດັກສາກົນສອງຄົນໃນມຽນມາຫາຍໂຕໄປພາຍຫຼັງຖືກກອງທັບບຸກໂຈມຕີ

ພະນັກງານອົງການຊ່ວຍເຫຼືອເດັກສາກົນສອງຄົນໃນມຽນມາຫາຍໂຕໄປພາຍຫຼັງຖືກກອງທັບບຸກໂຈມຕີ

Published on

ເວັບໄຊ ບີບີຊີ ລາຍງານ: ພະນັກງານຂອງອົງການຊ່ວຍເຫຼືອເດັກສາກົນໃນມຽນມາຫາຍຕົວໄປແບບໄຮ້ຮ່ອງຮອຍ ພາຍຫຼັງທາງກອງທັບບຸກໂຈມຕີໃນລັດກະຍາ ພາກຕາເວັນອອກຂອງມຽນມາໃນວັນທີ 24 ທັນວາ 2021 ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດເບື້ອງຕົ້ນ 38 ຄົນ.

ທ່ານ ນາງ ອິງເກີ ແອັສຊິງ, ຫົວໜ້າຝ່າຍບໍລິຫານອົງການຊ່ວຍເຫຼືອເດັກສາກົນໃນມຽນມາ ກ່າວວ່າ ພະນັກງານການກຸສົນສອງຄົນເດີນທາງກັບບ້ານໃນຊ່ວງວັນພັກ ພ້ອມໄດ້ຂ່າວວ່າພວກເຂົາຖືກຈັບ ແລະຍັງຫາຍຕົວໄປແບບໄຮ້ຮ່ອງຮອຍ ພ້ອມຢືນຢັນວ່າລົດຂອງພະນັກງານຜູ້ຖືກເຄາະຮ້າຍຖືກໂຈມຕີ ແລະຖືກໄຟໄໝ້.

“ພວກເຮົາຮູ້ສຶກຕົກໃຈກັບຄວາມຮຸນແຮງທີເກີດຂຶ້ນຕໍ່ພົນລະເຮືອນຜູ້ບໍລິສຸດ ແລະພະນັກງານຂອງພວກເຮົາ ເຊິ່ງອຸທິດຕົນເພື່ອມະນຸດສະທຳ ແລະຊ່ວຍເຫຼືອເດັກນ້ອຍຫຼາຍລ້ານຄົນໃນມຽນມາ.” ທ່ານ ນາງ ອິງເກີ ແອັສຊິງ ກ່າວ.

ຢ່າງໃດກໍຕາມ, ອົງການຊ່ວຍເຫຼືອເດັກສາກົນໃນມຽນມາຈະມີການດຳເນີນການສືບສວນ-ສອບສວນຫາສາເຫດການຫາຍຕົວໄປຂອງພະນັກງານຕົນຕໍ່ໄປ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...