spot_img
Homeຂ່າວການພັດທະນາTiktok ຄອງແຊັມເວັບທີ່ຜູ້ໃຊ້ງານຫຼາຍທີ່ສຸດປະຈໍາປີ 2021

Tiktok ຄອງແຊັມເວັບທີ່ຜູ້ໃຊ້ງານຫຼາຍທີ່ສຸດປະຈໍາປີ 2021

Published on

ເວັບໄຊ້ຕ່າງປະເທດ ໄດ້ລາຍງານວ່າ: Cloudflare ບໍລິສັດດ້ານການຮັກສາຄວາມປອດໄພທາງດ້ານໄອທີຂອງສະຫະລັ ດອາເມລິກາພົບວ່າ ແອັບພິເຄຊັ່ນ Tiktok ຂອງປະເທດຈີນສາມາດເອົາຊະນະ Google ແລະ ກາຍເປັນເວັບທີ່ມີຜູ້ໃຊ້ງານຫຼາຍທີ່ສຸດໃນໂລກປະຈໍາປີ 2021 ໄດ້ເປັນຄັ້ງທໍາອິດ ຫຼັງຈາກທີ່ໄດ້ຮັບຄວາມນິຍົມໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19.

Tiktok ໄດ້ຂຶ້ນມາເປັນອັນດັບໜຶ່ງໃນເດືອອນກຸມພາ, ມີນາ ແລະ ພຶດສະພາ ແລະ ກາຍມາເປັນຜູ້ນໍາດ້ານທາງດ້ານແອັບພິເຄຊັ່ນ ຫຼັງຈາກວັນທີ 10 ສິງຫາ ເຊິ່ງຖືໄດ້ວ່າເປັນການກ້າວກະໂດດຄັ້ງໃຫຍ່ ເພາະໃນປີທີ່ຜ່ານມາ Tiktok ຢູ່ໃນອັນດັບທີ 7 ຮອງຈາກ Facebook, Microsoft, Apple, Netflix, Amazon ແລະ Google.

ຈາກຂໍ້ມູນໄດ້ລະບຸວ່າ Tiktok ມີຜູ້ໃຊ້ງານຫຼາຍກວ່າ 1,000 ລ້ານຄົນໃນທົ່ວໂລກ ແລະ ເປັນທີ່ນິຍົມໃນກຸ່ມໄວໜຸ່ມ ແຕ່ເນື່ອງຈາກເກີດມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ Tiktok ກາຍເປັນທີ່ນິຍົມໃນກຸ່ມຄົນທີ່ມີອາຍຸສູງເພີ່ມຂຶ້ນອີກ. ເວັບໄຊ້ Statista ໄດ້ລະບຸວ່າຜູ້ໃຊ້ງານເພີ່ມຂຶ້ນເຖິງ 180% ໃນສະຫະລັດອາເມລິກາທີ່ມີອາຍຸລະຫວ່າງ 15-25 ປີ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...