spot_img
Homeຂ່າວຕ່າງປະເທດAstraZeneca ກຽມພ້ອມທີ່ຈະພັດທະນາວັກຊີນໃຫ້ທັນກັບເຊື້ອໂຄວິດ-19 ກາຍພັນ

AstraZeneca ກຽມພ້ອມທີ່ຈະພັດທະນາວັກຊີນໃຫ້ທັນກັບເຊື້ອໂຄວິດ-19 ກາຍພັນ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 21 ທັນວາ 2021ທີ່ຜ່ານມາ ບໍລິສັດ AstraZeneca Plc ໄດ້ເປີດເຜີຍວ່າກໍາລັງເຮັດວຽກຮ່ວມກັບມະຫາວິທະຍາໄລ Oxford ເພື່ອພັດທະນາວັກຊີນໂຄວິດ-19 ທີ່ຮັບມືກັບໂຄວິດ-19 ສາຍພັນໂອໄມຄຣອນໂດຍສະເພາະ.

ທາງດ້ານໂຄສົກຂອງ AstraZeneca ໄດ້ຖະແຫຼງວ່າໃນຂະນະນີ້ບໍລິສັດໄດ້ດໍາເນີນວິທີການສຶກສາການວິໄຈໃນເບື້ອງຕົ້ນເພື່ອຜະລິດວັກຊີນສໍາລັບໂຄວິດ-19 ສາຍພັນໂອໄມຄຣອນ ໂດຍໄດ້ຮັບຄວາມຮ່ວມມືຈາກມະຫາວິທະຍາໄລ Oxford.

ທັງນີ້ຜົນການສຶກສາທີ່ຜ່ານມາພົບວ່າວັກຊີນຂອງ AstraZeneca ສູດປັດຈຸບັນທີ່ສັກສອງເຂັມແມ່ນສາມາດມີພູມຄຸ້ມກັນຕໍ່ກັບໂຄວິດ-19 ສາຍພັນໂອໄມຄຣອນໄດ້ສ່ວນໜຶ່ງ ແຕ່ຖ້າຫາກໄດ້ສັກວັກຊີນເຂັມກະຕຸ້ນທີ່ເປັນວັກຊີນຊະນິດ mRNA ເປັນເຂັມທີ 3 ຈະຊ່ວຍກະຕຸ້ນພູມຄຸ້ມກັນໄດ້ຫຼາຍຂຶ້ນ ແຕ່ກໍຍັງບໍ່ທັນມີຂໍ້ມູນທີ່ຊັດເຈນກ່ຽວກັບປະສິດທິພາບຂອງວັກຊີນຕໍ່ກັບເຊື້ອໂອໄມຄຣອນ.

ນອກຈາກນີ້, ຜູ້ຜະລິດວັກຊີນ Pfizer/BioNTech ແລະ Moderna ກໍເຄີຍກ່າວວ່າກໍາລັງມີການວາງແຜນພັດທະນາວັກຊີນສໍາລັບໂຄວິດ-19 ສາຍພັນໂອໄມຄຣອນໂດຍສະເພາະເຊັ່ນດຽວກັນ ແຕ່ທາງບໍລິສັດ Moderna ອາດຈະເລີ່ມທົດລອງໃນຕົ້ນປີ 2022.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...