spot_img
Homeຂ່າວຕ່າງປະເທດພົບຍິງໄວ 19 ປີໃນຫ້ອງໃຕ້ດິນ ຫຼັງຫາຍຕົວໄປ 5 ວັນ ໃນລັດຢູທາ, ສະຫະລັດອາເມລິກາ

ພົບຍິງໄວ 19 ປີໃນຫ້ອງໃຕ້ດິນ ຫຼັງຫາຍຕົວໄປ 5 ວັນ ໃນລັດຢູທາ, ສະຫະລັດອາເມລິກາ

Published on

ແຫຼ່ງຂ່າວ ຊີເອັນເອັນ ລາຍງານວ່າ: ນັກສຶກສາມະຫາວິທະຍາໄລແຫ່ງໜຶ່ງໃນລັດຢູທາ, ສະຫະລັດອາເມລິກາ ໄວ 19 ປີ ຖືກຄົ້ນພົບໃນຫ້ອງໃຕ້ດິນຂອງເຮືອນຫຼັງໜຶ່ງ ໃນເວຍ໌ນ ເຄົາຕີ້, ລັດຢູທາ ພາຍຫຼັງຫາຍຕົວໄປໃນວັນທີ 13 ທັນວາຜ່ານມາ.

ເຈົ້າໜ້າທີ່ຕຳຫຼວດໄດ້ຄວບຄຸມຕົວ ທ້າວ ເບຣນ ບຣາວ ໄວ 39 ປີ ຈາກລັດຢູທາ ໂດຍຕັ້ງຂໍ້ຫາຂົ່ມຂືນກະທຳສຳເລົາ ແລະລັກພາຕົວ, ພ້ອມທຳຮ້າຍຮ່າງກາຍ. ເຊິ່ງ ທ້າວ ເບຣນ ບຣາວ ຍອມຮັບກັບເຈົ້າໜ້າທີ່ວ່າ ໄດ້ຮູ້ຈັກກັບເຫຍື່ອຜູ້ເຄາະຮ້າຍຜ່ານແອັບສົ່ງຂໍ້ຄວາມ KIK ພ້ອມວາງແຜນນັດພົບກັນທີ່ເມືອງ ເອຟຣາອິມ ໃນລັດຢູທາ ໃນວັນທີ 13 ທັນວາ 2021 ພາຍຫຼັງພົບກັນແລ້ວ ທ້າວ ເບຣນ ບຣາວ ໄດ້ອູ້ມເອົາເຫຍື່ອຂຶ້ນລົດ ແລ້ວພາເດີນທາງໄປໄກເກືອບ 100 ກິໂລແມັດ ພ້ອມຢຶດໂທລະສັບມືຖືໄວ້.

ຢ່າງໃດກໍຕາມ, ຕຳຫຼວດສາມາດເຂົ້າຊ່ວຍເຫຼືອຍິງສາວຜູ້ເຄາະຮ້າຍໃນຫ້ອງໃຕ້ດິນ ເຊິ່ງປົກຄຸມດ້ວຍຖ່ານຫີນ ໂດຍສະພາບຂອງຍິງສາວຄົນດັ່ງກ່າວແມ່ນບໍ່ມີເຄື່ອງນຸ່ງຫຸ້ມຫໍ່ຄີງແມ່ນແຕ່ຊິ້ນດຽວ ປັດຈຸບັນຜູ້ເຄາະຮ້າຍໄດ້ກັບຄືນສູ່ອ້ອມກອດຂອງຄອບຄົວຢ່າງປອດໄພ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...