spot_img
Homeຂ່າວຕ່າງປະເທດWHO ອອກມາເຕືອນ ໃຫ້ຍົກເລີກການຈັດການເທດສະການປີໃໝ່ເພື່ອປ້ອງກັນໂຄວິດສາຍພັນໂອ

WHO ອອກມາເຕືອນ ໃຫ້ຍົກເລີກການຈັດການເທດສະການປີໃໝ່ເພື່ອປ້ອງກັນໂຄວິດສາຍພັນໂອ

Published on

ທ່ານ ທີໂດຣສ ອັດຮານອມ ຜູ້ອໍານວຍການອົງການອະນາໄມໂລກ ໄດ້ອອກມາເຕືອນປະຊາຊົນໃນທົ່ວໂລກໃຫ້ຕັດສິນໃຈຍົກເລີກ ຫຼື ເລື່ອນການຈັດງານສະເຫຼີມສະຫຼອງໃນຊ່ວງເທດສະການປີໃໝ່ ເຖິງແມ່ນວ່າຈະເປັນການຕັດສິນໃຈທີ່ຍາກລໍາບາກກໍຕາມ ແຕ່ເພື່ອປ້ອງກັນລະບົບສາທາລະນະສຸກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ປັດຈຸບັນມີການລະບາດຂອງເຊື້ອກາຍພັນໂອໄມຄຣອນ.

ທາງດ້ານທ່ານ ທີໂດຣສ ໄດ້ກ່າວວ່າ ພວກເຮົາທຸກຄົນຕ່າງກໍເບື່ອໜ່າຍກັບພະຍາດນີ້, ທຸກຄົນຕ້ອງການໃຊ້ເວລາກັບຄອບຄົວ, ໝູ່ເພື່ອນ ແລະ ຕ້ອງການກັບໄປໃຊ້ຊີວິດແບບປົກກະຕິ ເພາະສະນັ້ນ, ພວກເຮົາເອງກໍຕັດສິນໃຈປົກປ້ອງຕົນເອງ ແລະ ຜູ້ອື່ນໂດຍການຍົກເລີກການຈັດງານເທດສະການຕ່າງໆ ຫຼັງຈາກສະຖານະການປົກກະຕິແລ້ວຈຶ່ງກັບມາຈັດງານສະເຫຼີມສະຫຼອງ ຈຶ່ງຈະບໍ່ຕ້ອງມາເສຍໃຈທີຫຼັງ.

ທາງດ້ານຫົວໜ້າທີມນັກວິທະຍາສາດຂອງອົງການອະນາໄມໂລກໄດ້ລະບຸວ່າຕອນນີ້ຍັງບໍ່ທັນສາມາດທີ່ຈະສະຫຼຸບໄດ້ຢ່າງລະອຽດວ່າເຊື້ອໂຄວິດ-19 ໂອໄມຄຣອນນັ້ນມີຄວາມຮຸນແຮງໜ້ອຍກວ່າສາຍພັນອື່ນ ດ້ວຍຈໍານວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນຢ່າງວ່ອງໄວ ເຮັດໃຫ້ເກີດຄວາມກັງວົນຕໍ່ລະບົບສາທາລະນະສຸກຂອງແຕ່ລະປະເທດ.

ໃນຂະນະນີ້ຫຼາຍປະເທດໃນທົ່ວໂລກ ເປັນຕົ້ນແມ່ນປະເທດຝຣັ່ງ ແລະ ເຢຍລະມັນ ກໍໄດ້ມີມາດຕະການຍົກລະດັບຄວາມເຂັ້ມງວດໃນການເດີນທາງເພື່ອກະກັດກັ້ນການແຜ່ລະບາດຂອງເຊື້ອໂອໄມຄຣອນ.

ແຫຼ່ງຂ່າວ: Thairath

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...