Homeຂ່າວຕ່າງປະເທດມາເລເຊຍ ປະເຊີນໄພນໍ້າຖ້ວມໜັກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຕໍ່າ 14 ຄົນ

ມາເລເຊຍ ປະເຊີນໄພນໍ້າຖ້ວມໜັກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຕໍ່າ 14 ຄົນ

Published on

ວັນ​ທີ 21 ທັນວາ​ 2021, ​ສໍານັກຂ່າວ ndtv ​ແລະ​ channelnewsasia ລາຍງານວ່າ ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ໄດ້​ເລັ່ງ​ອົບພະຍົບຊ່ວຍເຫຼືອ​ປະຊາຊົນ​ ຢູ່​ຫຼາຍ​ລັດ​ທີ່​ປະສົບ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່. ຫຼັງມີຝົນຕົກໜັກໃນທ້າຍອາທິດທີ່ຜ່ານມາ. ເຊິ່ງການທີ່​ເກີດ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ຢູ່​ມາ​ເລ​ເຊຍ​ຄັ້ງ​ນີ້ ພົບ​ຜູ້​ເສຍ​ຊີວິດ​ເພີ່ມຂຶ້ນຢ່າງ​ຕໍ່າ 14 ຄົນ ​ແລະ ມີປະຊາຊົນ ​ອີກ 70,000 ຄົນ​ ​ຖືກ​ຍ້າຍ​ອອກ​ຈາກ​ບ້ານ​ເຮືອນ​ທີ່​ຖືກ​ນ້ຳ​.

ລັດ Selangor ເຊິ່ງເປັນລັດ​ທີ່​ເສດຖະກິດ​ດີ​ທີ່​ສຸດ​ຂອງ​ມາ​ເລ​ເຊຍ ​ແລະ ​ມີ​ປະຊາກອນ​ໜາ​ແໜ້ນ​ທີ່​ສຸດ. ເປັນໜຶ່ງ​ໃນ​ລັດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ​ທີ່​ສຸດ, ປະ​ຊາ​ຊົນ 26,000 ຄົນ​ຕ້ອງ​ອົບ​ພະ​ຍົບໜີ​ຈາກ​ໄພ​ນ້ຳ​ຖ້ວມ  ແລະ ມີປະຊາຊົນປະມານ 41,000 ຄົນ ຕ້ອງໄປອາໄສຢູ່ສູນພັກເຊົ່າຂອງທາງການ, ໃນຂະນະທີ່ຍັງມີການລະບາດຂອງ COVID-19 ຕໍ່ເນື່ອງ.

ທາງດ້ານສະມາຊິກສະພາຝ່າຍຄ້ານ ໄດ້ອອກມາຕໍາໜິ ການເຮັດວຽກຂອງເຈົ້າຫນ້າທີ່ ແລະ ລັດຖະບານວ່າ ເຈົ້າ​ໜ້າທີ່​ບໍ່​ໄດ້ມີແຈ້ງ​ເຕືອນໃຫ້​ປະຊາຊົນ​ຮັບຮູ້ລ່ວງ​ໜ້າ ​ວ່າ​ຈະ​ເກີດ​ໄພ​ນ້ຳ​ຖ້ວມ​ຮ້າຍ​ແຮງ​ແຕ່ຢ່າງໃດ. ຂະນະ​ທີ່ປະຊາຊົນມາ​ເລ​ເຊຍ​ທີ່​ເປີດ​ຮ້ານຂາຍ​ເຄື່ອງ​ສຳອາງ​ຢູ່​ທີ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ ບອກວ່າ ນັບຕັ້ງແຕ່ເຮັດທຸລະກິດມາດົນກວ່າ 24 ປີ ກໍບໍ່ເຄີຍເຫັນເຫດການນໍ້າຖ້ວມທີ່ຮ້າຍແຮງແບບນີ້ມາກ່ອນ. ທາງດ້ານລັດຖະບານ​ມາ​ເລ​ເຊຍ​ກ່າວ​ວ່າ: ​ໄພ​ນ້ຳ​ຖ້ວມ​ຢູ່​ມາ​ເລ​ເຊຍ​ເປັນ​ໜຶ່ງ​ໃນໄພນໍ້າຖ້ວມ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຢູ່ທີ່ມາ​ເລ​ເຊຍ​ໃນ​ຮອບ 100 ປີ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...