spot_img
Homeຂ່າວຕ່າງປະເທດໄທປິດລະບົບທ່ອງທ່ຽວ Test & Go ແລະ Sandbox ຊົ່ວຄາວ ສະກັດກັ້ນໂອໄມຄຣອນ

ໄທປິດລະບົບທ່ອງທ່ຽວ Test & Go ແລະ Sandbox ຊົ່ວຄາວ ສະກັດກັ້ນໂອໄມຄຣອນ

Published on

ພົນເອກ ປະຍຸດ ຈັນໂອຊາ, ນາຍົກລັດຖະມົນຕີແຫ່ງປະເທດໄທ ໄດ້ສັ່ງປິດລະບົບ Test & Go ແລະ Sandbox ໃນການເປີດຮັບນັກທ່ອງທ່ຽວຕ່າງປະເທດຊົ່ວຄາວນັບແຕ່ວັນທີ 21 ພະຈິກ 2021 ເປັນຕົ້ນໄປ ຍົກເວັ້ນພູເກັດແຊັນບ໊ອກ ກ່ອນຈະປະເມີນອີກຄັ້ງໃນວັນທີ 4 ມັງກອນ 2022 ທັງນີ້ກໍເພື່ອເປັນການສະກັດກັ້ນ ແລະປ້ອງກັນພະຍາດໂຄວິດ ສາຍພັນໂອໄມຄຣອນ.

ທ່ານ ພົນເອກ ປະຍຸດ ຈັນໂອຊາ ກ່າວວ່າ: ນັບແຕ່ວັນທີ 21 ພະຈິກເປັນຕົ້ນໄປ, ທາງການໄທຈະປິດລະບົບຮັບນັກທ່ອງທ່ຽວຕ່າງປະເທດທີ່ຈະເດີນທາງເຂົ້າໄປປະເທດໄທ ຂະນະທີ່ຂໍ້ມູນຫຼ້າສຸດລາຍງານວ່າ ມີນັກທ່ອງທ່ຽວຄ້າງໃນລະບົບເຖິງ 2 ແສນຄົນ ແລະທາງການຈະເລັ່ງດຳເນີນການແກ້ໄຂທັງໝົດ ພ້ອມທັງຕິດຕາມຢ່າງເຂັ້ມງວດ ຈົນຮອດວັນທີ 4 ມັງກອນ ປີໜ້າ ຈິ່ງຈະມີການປະເມີນອີກຄັ້ງ.

ທ່ານ ທະນາກອນ ວັງບຸນຄົງຊະນະ, ໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີໄທ ກໍໄດ້ຊີ້ແຈງເພີ່ມເຕີມວ່າ: ປັດຈຸບັນມີນັກທ່ອງທ່ຽວລົງທະບຽນຂໍເດີນທາງເຂົ້າປະເທດໄທ 2 ແສນຄົນ ເຊິ່ງລະບົບໄດ້ອະນຸມັດແລ້ວ 110.000 ຄົນ ສ່ວນທີ່ເຫຼືອອີກ 90 ພັນຄົນ ແມ່ນຍັງສາມາດເດີນທາງເຂົ້າໄທໄດ້ ແຕ່ຕ້ອງກວດ RT-PCR ເພີ່ມເປັນ 2 ຄັ້ງຈາກເມື່ອ່ກ່ອນພຽງ 1 ຄັ້ງ ເຊິ່ງລັດຖະບານໄທຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍແທນ.

ຂໍ້ມູນຈາກ: ໄທຣັດ ອອນລາຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...