Homeຂ່າວຕ່າງປະເທດທະຍອຍກັບປະເທດແລ້ວ ສໍາລັບຜູ້ລີ້ໄພຈາກມຽນມາທີ່ຫຼົບໜີເຂົ້າມາໄທ

ທະຍອຍກັບປະເທດແລ້ວ ສໍາລັບຜູ້ລີ້ໄພຈາກມຽນມາທີ່ຫຼົບໜີເຂົ້າມາໄທ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ກອງທັບໄທປະທ້ວງລັດຖະບານມຽນມາເປັນຄັ້ງທີ 2 ໃນຮອບໜຶ່ງອາທິດ ລວມທັງເຕືອນກອງທັບ ແລະ ກອງກໍາລັງສະຫະພາບແຫ່ງຊາດກະຫຼ່ຽງ (KNU) ທີ່ປະທະກັນໃນຝັ່ງຂອງປະເທດມຽນມາ ຫຼັງຈາກມີລູກປືນບໍ່ຮູ້ຊະນິດ ແລະ ບໍ່ຮູ້ຝ່າຍວ່າຍິງມາຈາກໃສຈໍານວນ 7 ລູກ ຖືກຍິງມາຕົກຢູ່ບໍລິເວນໃກ້ກັບແມ່ນໍ້າເມີຍໃນພື້ນທີ່ແຂວງ ຕາກ ໃນວັນທີ 19 ທັນວາ 2021.

ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດ ກ່າວເຖິງຜົນກະທົບຈາກການສູ້ຮົບໃນມຽນມາຕໍ່ປະເທດໄທວ່າ ສະຖານະການຍັງຄົງມີຄວາມຮຸນແຮງຕໍ່ເນື່ອງນັບຈາກທີ່ມີການປະທະໃນມື້ທໍາອິດໃນັວນທີ 15 ທັນວາ 2021 ແລະ ມີຜູ້ລີ້ໄພຈາກການຕໍ່ສູ້ເຂົ້າມາເຂດຝັ່ງໄທປະມານ 2,000 ຄົນແລ້ວ ໂດຍທັງໝົດຜ່ານການກວດໂຄວິດ-19 ເຊິ່ງບາງຄົນກໍພົບວ່າມີການຕິດເຊື້ອໂຄວິດ-19 ແບລະ ກໍໄດ້ເຂົ້າຮັບການປິ່ນປົວແລ້ວ.

ດ້ານສູນສັ່ງການຊາຍແດນໄທ-ມຽນມາ ແຂວງ ຕາກ ໄດ້ລະບຸໃນເອກະສານຂ່າວສະຫຼຸບສະຖານະການທີ່ຊາຍແດນໄທ-ມຽນມາວ່າ ເກີດມີການປະທະກັນລະຫວ່າງທະຫານມຽນມາກັບກອງກໍາລັງຄົນກຸ່ມນ້ອຍເຊື້ອສາຍກະຫຼ່ຽງ ຢູ່ບໍລິເວນບ້ານແມ່ທອດທາງທິດໃຕ້ຂອງແຂວງ ມຽວດີ ເຊິ່ງຫ່າງຈາກຊາຍແດນເລິກເຂົ້າໄປໃນມຽນມາປະມານ 500 ແມັດ.

ເຖິງຢ່າງໃດກໍຕາມ ມີຜູ້ລີ້ໄພຈາກການຕໍ່ສູ້ທີ່ຂ້າມມາຝັ່ງໄທໄດ້ທະຍອຍກັບມຽນມາແລ້ວປະມານ 330 ຄົນ ຫຼັງຈາກທີ່ການຕໍ່ສູ້ໃນບາງພື້ນທີ່ຍຸຕິລົງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...