spot_img
Homeຂ່າວຕ່າງປະເທດມຽນມາ ອະນຸຍາດໃຫ້ນໍາໃຊ້ເງິນຢວນ ໃນການຄ້າຂາຍສິນຄ້າຢູ່ທີ່ບໍລິເວນຊາຍແດນ ມຽນມາ-ຈີນ

ມຽນມາ ອະນຸຍາດໃຫ້ນໍາໃຊ້ເງິນຢວນ ໃນການຄ້າຂາຍສິນຄ້າຢູ່ທີ່ບໍລິເວນຊາຍແດນ ມຽນມາ-ຈີນ

Published on

ວັນທີ 14 ທັນວາ 2021 ທີ່ຜ່ານມາ ທະນາຄານກາງຂອງມຽນມາ (CBM) ໄດ້ໃຊ້ອຳນາດໃນມາດຕາ 17-22 ຂອງກົດໝາຍຈັດການເງິນວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ​ໄດ້​ອອກ​ປະກາດ​ອະນຸຍາດ​ໃຫ້ສາມາດ​ນຳ​ໃຊ້​ເງິນ​ຢວນ​ສໍາລັບ​ຊື້​ຂາຍສິນຄ້າ​ໂດຍ​ກົງ​ຢູ່​ເຂດພື້ນທີ່​ຊາຍ​ແດນ​ມຽນມາ-ຈີນ ​ເຊິ່ງຈະ​ມີ​ຜົນ​ສັກສິດ​ນັບ​ແຕ່​ມື້ອອກ​ປະກາດ​​ເປັນ​ຕົ້ນ​ໄປ.

CBM ກ່າວ​ວ່າ, ເຫດຜົນ​ຂອງ​ການ​ອະນຸຍາດຄັ້ງນີ້ ​ແມ່ນ​ເພື່ອ​ເພີ່ມ​ປະລິມານ​ການ​ຄ້າ ​ແລະ ການ​ໝູນວຽນ​ຂອງ​ສິນຄ້າ​ລະຫວ່າງ​ສອງ​ປະ​ເທດ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຊຳລະ​ ​ແລະ ລະບົບ​ການ​ເກັບ​ກູ້ເງິນຂ້າມແດນ, ລວມທັງການສົ່ງເສີມການນຳໃຊ້ເງິນຕາທ້ອງຖິ່ນຕາມແນວທາງການເຊື່ອມໂຍງລະບົບການເງິນຂອງອາຊຽນ.

ໃນ​ນັ້ນ, CBM ຮຽກຮ້ອງ​ໃຫ້​ຜູ້​ສົ່ງ​ອອກ ​ແລະ ຜູ້​ນຳ​ເຂົ້າ​ທີ່​ຢູ່​ຊາຍ​ແດນ​ ມຽນມາ-ຈີນ ສາມາດເປີດບັນຊີທີ່ເປັນບັນຊີເງິນຢວນ ໄວ້ກັບສາຂາທະນາຄານລະບົບການຄ້າ ເພື່ອຊໍາລະ​ຄ່າ​ສິນຄ້າ​ທີ່​ເກີດ​​ຈາກ​ການ​ຄ້າ​ລະຫວ່າງ​ 2 ​ປະ​ເທດ.

ກ່ອນ​ໜ້າ​ນີ້, ວັນ​ທີ 12 ຕຸລາ 2021, CBM ​ໄດ້​ປະກາດ​ເລກທີ 16/2021 ອະນຸຍາດ​ໃຫ້​ທະນາຄານສໍາລັບ​ການ​ຄ້າ​ທີ່​ມີ​ໃບ​ອະນຸຍາດ​ສາມາດແລກປ່ຽນ​ເງິນຕາ​ຕ່າງປະ​ເທດ ສາມາດຊື້ຂາຍເງິນຢວນແລະເງິນເຢນ (ຍີ່ປຸ່ນ) ໄດ້, ຈາກທີ່ຜ່ານມາ ການຊື້ຂາຍເງິນຕ່າງປະທດຂອງລະບົບທະນາຄານລະບົບການຄ້າ ເຮັດໄດ້ພຽງ 5 ສະກຸນເງິນຄື: ເງິນໂດລາສະຫະລັດ, ເງິນເອີໂຣ, ເງິນໂດລາສິງກະໂປ, ເງິນບາດໄທ ແລະ ຣິງກິດ ຂອງມາເລເຊຍ.

ອ້າງອີງ: mgronline

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...