spot_img
Homeຂ່າວພາຍ​ໃນລາຍລະອຽດຂອງຜູ້ເສຍຊີວິດໃໝ່ ປະຈໍາວັນທີ 19 ທັນວາ 2021

ລາຍລະອຽດຂອງຜູ້ເສຍຊີວິດໃໝ່ ປະຈໍາວັນທີ 19 ທັນວາ 2021

Published on

ສະພາບການການຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕິດເຊື້ອໃນ ຊຸມຊົນເພີ່ມຂຶ້ນຫຼາຍຢ່າງຕໍ່ເນື່ອງ,ໃນມື້ວານ ວັນທີ 18 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງຫມົດ 6,838 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງຫມົດ 1,067 ຄົນ (ຕິດເຊື້ອພາຍໃນ ມີ 1,066 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 98,572 ຄົນ, ເສຍຊີວິດສະສົມ 279 ຄົນ (ໃນນີ້ເສຍຊີວິດ ໃຫມ່ 06 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 687 ຄົນ, ກໍາລັງປິ່ນປົວ 12,714 ຄົນ(ແມ່ນ 12.89 % ແລະ ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86.82% ຂອງຈໍານວນຜູ້ຕິດເຊື້ອສະສົມທັງຫມົດ.)

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃຫມ່ ທັງຫມົດ 1,066 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງ ວຽງຈັນ ເຊິ່ງຈະລຽງລໍາດັບແຕ່ແຂວງຫຼາຍຫາຫນ້ອຍມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 496 ຄົນ
  2. ຫຼວງພະບາງ ມີ 100 ຄົນ
  3. ຫຼວງນໍ້າທາ ມີ 95 ຄົນ
  4. ບໍ່ແກ້ວ ມີ 78 ຄົນ
  5. ອຸດົມໄຊ ມີ 38 ຄົນ
  6. ແຂວງວຽງຈັນ ມີ 29 ຄົນ
  7. ຜົ້ງສາລີ ໓ 29 ຄົນ
  8. ສະຫວັນນະເຂດ ມີ 27 ຄົນ
  9. ຈໍາປາສັກ ມີ 27 ຄົນ
  10. ຄໍາມ່ວນ ມີ 24 ຄົນ
  11. ຊຽງຂວາງ ມີ 23 ຄົນ
  12. ໄຊຍະບູລີ ມີ 20 ຄົນ
  13. ໄຊສົມບູນ ມີ 18 ຄົນ
  14. ເຊກອງ ມີ 17 ຄົນ
  15. ບໍລິຄໍາໄຊ , 14 ຄົນ
  16. ສາລະວັນ ມີ 13 ຄົນ
  17. ຫົວພັນ ມີ 12 ຄົນ
  18. ອັດຕະປື ມີ 8 ຄົນ

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນ 01 ຄົນ ຈາກ ແຂວງບໍ່ແກ້ວ ໄດ້ເຂົ້າຈໍາກັດຢູ່ ສູນຈໍາກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປິ່ນປົວຢູ່ຕາມສະຖານທີ່ປິ່ນປົວທີ່ກໍານົດໄວ້.

 

ຂໍ້ມູນສໍາລັບຄົນທີ່ເສຍຊີວິດໃຫມ່ 05 ຄົນ:

  1. ເພດຍິງ ອາຍຸ 65 ປີ, ອາຊີບ ປະຊາຊົນ, ບ້ານນາໄກ່, ເມືອງ ວຽງໄຊ, ແຂວງ ຫົວພັນ
  • ປະຫວັດພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  1. ເພດຊາຍ, ອາຍຸ 50 ປີ, ບ້ານ ສວນຫລວງ, ເມືອງ ຊຽງເງິນ, ແຂວງຫຼວງພະບາງ
  • ປະຫວັດພະຍາດປະຈໍາຕົວ: ຜ່ານມາບໍ່ໄດ້ກວດສຸຂະພາບ
  • ສັກວັກຊີນກັນໂຄວິດ-19 ຄົບ
  1. ເພດຊາຍ, ອາຍຸ 3 ເດືອນ, ບ້ານ ທົ່ງນາມີ , ເມືອງປາກກະດິງ ແຂວງບໍລິຄໍາໄຊ
  • ພະຍາດປະຈໍາຕົວ: ບໍ່ມີ
  • ບໍ່ໄດ້ຮັບການສັກຢາວັກຊິນກັນໂຄວິດ-19
  1. ເພດຍິງ, ອາຍຸ 29 ປີ, ບ້ານ ຂາມງອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ຖືພາ 8 ເດືອນປາຍ)
  • ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  1. ເພດຍິງ,ອາຍຸ 42 ປີ, ບ້ານຫນອງບົວທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
  • ພະຍາດປະຈໍາຕົວ: ລະບົບປະສາດ
  • ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...