Homeຂ່າວຕ່າງປະເທດເຈົ້າ​ໜ້າ​ທີ່​ສັດ​ປ່າ ​ພິຈາລະນາ​ວາງຢາ​ພິດ​ ເພື່ອກໍາຈັດໜູ 60,000 ໂຕ ​ຢູ່ທີ່​ເກາະ​ອາ​ເມ​ລິ​ກາ

ເຈົ້າ​ໜ້າ​ທີ່​ສັດ​ປ່າ ​ພິຈາລະນາ​ວາງຢາ​ພິດ​ ເພື່ອກໍາຈັດໜູ 60,000 ໂຕ ​ຢູ່ທີ່​ເກາະ​ອາ​ເມ​ລິ​ກາ

Published on

ວັນທີ 16 ທັນວາ 2021 ສໍານັກຂ່າວ Thehill ລາຍງານວ່າ ຄະນະກໍາມະການຊາຍຢູ່ທີ່ Carifornia ກໍາລັງລົງຄະແນນສຽງ ເມື່ອວັນທີ 16 ທັນວາ 2021 ກ່ຽວກັບຂໍ້ສະເໜີທີ່ຈະວາງຢາພິດຢູ່ທີ່ເກາະ Farallon ເພື່ອກໍາຈັດການລະບາດຂອງໜູ.

ໂດຍເຊື່ອວ່າມີໜູປະມານ 60,000 ໂຕ ກໍາລັງອາໄຢູ່ເທິງເກາະດັ່ງກ່າວ, ຫາກໄດ້ຮັບການອະນຸມັດຈາກຄະນະກໍາມະການ ແລະ ຜູ້ອໍານວຍການ U.S. Fish and Wildlife Service (FWS) ເຮລິຄອບເຕີຈະປ່ອຍຢາພິດເກືອບ 1,5 ລ້ານ ກິໂລກຣັມ ລົງທີ່ເກາະ ເລີ່ມຕົ້ນລະດູແລ້ງໃນປີ 2023

ຂໍ້ສະເໜີນີ້, ອາດຈະບໍ່ຖືກໃຈຕໍ່ນັກອະນຸຮັກພື້ນທີ່ ເຊິ່ງໄດ້ກ່າວວ່າ ຢາພິດອາດເປັນອັນຕະລາຍຕໍ່ສັດປ່າຊະນິດອື່ນໆໃນພື້ນທີ່ໄດ້. ຢ່າງໃດກໍຕາມ, ຂໍ້ສະເໜີລະບຸວ່າ ຈະຕ້ອງດໍາເນີນການຕາມຂັ້ນຕອນ ເພື່ອແຍກສັດປ່າພື້ນເມືອງອື່ນໆອອກຈາກເກາະກ່ອນທີ່ຈະປ່ອຍຢາພິດລົງ, ຫຼັງຈາກວາງຢາຜິດແລ້ວ FWS ກ່າວວ່າ ຈະສົ່ງເຈົ້າໜ້າທີ່ໄປກໍາຈັດຊາກໜູ ແລະ ເມັດຢາພິດທີ່ເຫຼືອເພື່ອບໍ່ໃຫ້ສັດປ່າອື່ນໆຫຼົງກິນ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...