spot_img
Homeຂ່າວຕ່າງປະເທດຄິດວ່າແມ່ນງູປອມ!! ທີ່ຈິງເປັນງູມີພິດທີ່ປະດັບຢູ່ຕົ້ນຄຣິດສະມາສ

ຄິດວ່າແມ່ນງູປອມ!! ທີ່ຈິງເປັນງູມີພິດທີ່ປະດັບຢູ່ຕົ້ນຄຣິດສະມາສ

Published on

ເຫດການນີ້ເກີດຂຶ້ນທີ່ປະເທດອາຟຣິກາໃຕ້ ໂດຍຄອບຄົວຄົນປະເທດອັງກິດ ທີ່ກໍາລັງຕົກແຕ່ງຕົ້ນຄຣິດສະມາສ ເນື່ອງໃນໂອກາດວັນຄຣິດສະມາສ ແຕ່ກໍຕ້ອງຕົກໃຈເມື່ອພົບງູມີພິດທີ່ມີຄວາມຍາວປະມານ 1.2 ແມັດ ເລືອອອກມາຈາກດ້ານຫຼັງຂອງຕົ້ນຄຣິດສະມາສ.

ພວກເຂົາໄດ້ໂທໃຫ້ໜ່ວຍກູ້ໄພມາຈັບງູ ແລະ ເປັນເວລາກວ່າ 2 ຊົ່ວໂມງເຈົ້າໜ້າທີ່ກໍມາຮອດ ແລະ ສາມາດນໍາເອົາງູໂຕດັ່ງກ່າວອອກຈາກຕົ້ນຄຣິດສະມາສໄດ້. ງູທີ່ຢູ່ຕົ້ນຄຣິດສະມາສນັ້ນ ເປັນງູທີ່ມີພິດຮ້າຍແຮງທີ່ສຸດໃນອາຟຣິກາ ທີ່ສາມາດເຕີບໃຫຍ່ໄດ້ເຖິງ 1.8 ແມັດ ແລະ ສາມາດອ້າປາກໄດ້ເຖິງ 170 ອົງສາ. ດັ່ງນັ້ນຖ້າຫາກຖືກກັດພຽງຄັ້ງດຽວກໍອາດຈະເຮັດໃຫ້ເສຍຊີວິດໄດ້ ຖ້າຫາກວ່າບໍ່ໄດ້ຮັບການປິ່ນປົວຢ່າງທັນເວລາ.

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...