Homeຂ່າວຕ່າງປະເທດນາຍົກໄທ ປະຍຸດ ຈັນໂອຊາ ເຊື່ອວ່າຖ້າຫາກປະຊາຊົນລ້ຽງໄກ່ 2 ໂຕ ຈະສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໄດ້

ນາຍົກໄທ ປະຍຸດ ຈັນໂອຊາ ເຊື່ອວ່າຖ້າຫາກປະຊາຊົນລ້ຽງໄກ່ 2 ໂຕ ຈະສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໄດ້

Published on

ວັນທີ 15 ທັນວາ 2021 ສໍານັກຂ່າວ Thethaiger ນາຍົກລັດຖະມົນຕີໄທ ປະຍຸດ ຈັນໂອຊາ ໄດ້ລົງພື້ນທີ່ຢູ່ທາງພາກໃຕ້ຂອງປະເທດໄທ ເພື່ອຕິດຕາມວຽກດ້ານຄວາມໝັ້ນຄົງ ແລະ ການພັດທະນາ. ເຊິ່ງ​ໃນ​ລະຫວ່າງ​ການ​ພົບ​ປະ​ກັບ​ປະຊາຊົນ ນາຍົກລັດຖະມົນຕີໄທ ໄດ້ເວົ້າເຖິງບັນຫາໜີ້ສິນຂອງປະຊາຊົນ ແລະ ກ່າວວ່າ ມັນເປັນສິ່ງສໍາຄັນທີ່ຈະແກ້ໄຂບັນຫາຫນີ້ສິນ ໂດຍຮູ້ວ່າທຸກຄົນມີໜີ້ສິນ ເຊິ່ງຕົນເອງກໍບໍ່່ມີຄວາມສຸກ ແຕ່ພວກເຮົາກໍຕ້ອງແກ້ໄຂມັນດ້ວຍຄວາມລະມັດລະວັງທີ່ສຸດ ທັງໃນດ້ານຂອງ​ກົດໝາຍ ​ແລະ ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ, ລວມທັງ​ສິດ ​ແລະ ອໍານາດເຈົ້າໜ້າ​ທີ່.

ລັດຖະບານພະຍາຍາມແກ້ໄຂໃນຫຼາຍໆບັນຫາ ເຊັ່ນ ເລື່ອງຄວາມ​ທຸກ​ຍາກ, ໜີ້ສິນໃນຄົວເຮືອນ, ໜີ້ສິນນອກລະບົບ ເຊິ່ງເປັນບັນຫາຂອງປະຊາຊົນທຸກປະເພດ, ຕາບໃດທີ່ພວກເຮົາມີລາຍຮັບຕໍ່າ. ພວກເຮົາຕ້ອງຄິດ ແລະ ຊອກວິທີຫາເງິນໃຫ້ພຽງພໍ ໂດຍຍອມຮັບວ່າມັນຕົນເອງມີຄວາມກັງວົນຕໍ່ສິ່ງນີ້.

ສະ​ນັ້ນ, ນະ​ໂຍ​ບາຍ​ດັ່ງ​ຕໍ່​ໄປ​ນີ້, ລາຍ​ຈ່າຍ​ງົບ​ປະ​ມານ​ຂອງພາກ​ລັດຈະ​ຕ້ອງ​ຄຸ້ມຄ່າ, ຕ້ອງ​ມີ​ຕົວ​ຊີ້​ວັດ​ທີ່​ຈະ​ແຈ້ງ. ໂຄງ​ການ​ໃດ​ທີ່​ບໍ່​ມີ​ປະ​ໂຫຍດ​ ໃຫ້ເອົາມາ​ເຮັດ​ໂຄງ​ການ​ທີ່​ມີ​ປະ​ໂຫຍດ​. ຕົວຢ່າງ, ການຝຶກອົບຮົມໄດ້ຖືກເຮັດຫຼາຍ ເຈົ້າຕ້ອງເບິ່ງວ່າການຝຶກອົບຮົມຕົວຈິງມີປະໂຫຍດ ຫຼື ບໍ່. ຖ້າເຈົ້າບໍ່ເຮັດ, ຢ່າໄປຝຶກອົບຮົມ, ເອົາງົບຈາກບ່ອນນີ້ໄປສ້າງໃຫ້ປະຊາຊົນເລີຍດີກວ່າ ເພາະມັນເສຍທັງຜົນປະໂຫຍດ ແລະ ເວລາ.

“ເຮັດແນວໃດ ຈຶ່ງຈະສາມາດຫຼຸດຜ່ອນໃຊ້ຈ່າຍຊ່ວຍປະຊາຊົນໄດ້? ບໍ່ຕ້ອງຊື້ພືດ, ຊື້ຜັກ, ຊື້ໄກ່. ມື້ນີ້ ຖ້າແຕ່ລະບ້ານລ້ຽງໄກ່ປະມານ 2 ໂຕ ຢ່າຂ້າມັນກ່ອນ, ລ້ຽງໃຫ້ໃຫຍ່ ໃຫ້ມັນວາງໄຂ່ກ່ອນ, ເບິ່ງແຍງຕົວເອງແບບນີ້. ຄ່າໃຊ້ຈ່າຍຈະໜ້ອຍລົງ…” ນາຍົກລັດຖະມົນຕີໄທ ກ່າວ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...