spot_img
Homeຂ່າວຕ່າງປະເທດນິວຊີແລນ ຊາຍຄົນໜຶ່ງຮັບຈ້າງສັກວັກຊີນໂຄວິດ-19 ແທນຄົນອື່ນມື້ດຽວສູງເຖິງ 10 ໂດສ

ນິວຊີແລນ ຊາຍຄົນໜຶ່ງຮັບຈ້າງສັກວັກຊີນໂຄວິດ-19 ແທນຄົນອື່ນມື້ດຽວສູງເຖິງ 10 ໂດສ

Published on

ວັນທີ 12 ທັນວາ ສໍານັກຂ່າວ Theguardian ລາຍງານວ່າ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ນິວ​ຊີ​ແລນ ກ່າວ​ວ່າ ກຳ​ລັງ​ສືບ​ສວນ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ວັກ​ຊີ​ນ​ເຖິງ 10 ໂດສໃນ​ມື້​ດຽວ ໂດຍທີ່ລາວສັກຢາວັກຊີນແທນຄົນອື່ນ.

ກ່ອນໜ້ານີ້ ໄດ້ມີການລາຍງານຕໍ່ກະຊວງວ່າ ຜູ້ຊາຍຄົນດັ່ງກ່າວ ອາດຈະຍ່າງໄປຫາສູນສັກຢາວັກຊີນຫຼາຍແຫ່ງເພື່ອຮັບວັກຊີນ ແລະ ໄດ້ຮັບຄ່າຈ້າງໃນການສັກວັກຊີນໃຫ້ຄົນເຫຼົ່ານີ້ ເພາະວ່າເວລາໄປຮັບວັກຊີນ ເຈົ້າສາມາດແຈ້ງຊື່, ວັນເດືອນປີເກີດ ແລະ ທີ່ຢູ່ກັບພະນັກງານແພດໄດ້ ແລະ ໄດ້ຮັບການສັກວັກຊີນໄດ້ເລີຍ ເນື່ອງຈາກວ່າບໍ່ຈໍາເປັນຕ້ອງສະແດງໃຫ້ເຫັນເຖິງຫຼັກຖານການຢືນຢັນຕົວຕົນໃດໆ.

ກະຊວງ​ສາທາລະນະ​ສຸກ​ນິວຊີ​ແລນ​ໄດ້​ກ່າວ​ເຕືອນ​ວ່າ ການກະທຳແບບນີ້ເປັນອັນຕະລາຍຫຼາຍ ແລະ ອາດສົ່ງຜົນກະທົບຕໍ່ການຄຸ້ມຄອງສຸຂະພາບຂອງຕົນເອງໃນອະນາຄົດ. ດັ່ງນັ້ນ, ຖ້າຜູ້ໃດຜູ້ໜຶ່ງໄດ້ຮັບວັກຊີນຫຼາຍກວ່າທີ່ແພດແນະນໍາ ໃຫ້ໄປພົບແພດທັນທີ.

ທ່ານນາງ Helen Pitusis Harris ຜູ້ຊ່ຽວຊານດ້ານວັກຊີນຢູ່ມະຫາວິທະຍາໄລ Oakland ຕຳໜິຜູ້ທີ່ຈ້າງຄົນອື່ນສັກວັກຊີນແທນວ່າ ເປັນຄົນທີ່ເຫັນແກ່ຕົວຫຼາຍ ສ່ວນຄົນທີ່ຢາກຈະໄດ້ເງິນແລ້ວເອົາຕົວເອງໄປສ່ຽງກໍບໍ່ໄດ້ຄິດເຖິງສ່ວນລວມໃນສັງຄົມເລີຍ ແລະ ເຊື່ອວ່ານີ້ບໍ່ແມ່ນກໍລະນີດຽວ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...