spot_img
Homeຂ່າວຕ່າງປະເທດເກີດຄວາມວຸ້ນວາຍລະຫວ່າງການປະຊຸມສະພາໃນຕວັກກີ ຈົນມີການຊົກຕີກັນ

ເກີດຄວາມວຸ້ນວາຍລະຫວ່າງການປະຊຸມສະພາໃນຕວັກກີ ຈົນມີການຊົກຕີກັນ

Published on

ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າ: ສະພາປະເທດຕວັກກີຕ້ອງພົບກັບບັນຫາທີ່ສະມາຊິກສະພາໄດ້ເວົ້າຈາສຽດສີໃສ່ກັນ ແລະ ກັນ ລວມທັງເກີດມີການຊົກຕີກັນ ໃນຂະນະທີ່ສະມາຊິກນິຕິບັນຍັດກໍາລັງອະພິປາຍເລື່ອງງົບປະມານ ແລະ ນະໂຍບາຍຂອງປະເທດ ທີ່ກໍາລັງພົບກັບບັນຫາເສດຖະກິດຕົກຕໍ່າຈາກຄ່າເງິນທີ່ຕໍ່າລົງ ແລະ ອັດຕາເງິນເຟີທີ່ຮຸນແຮງ.

ຄວາມວຸ້ນວາຍໃນສະພາໄດ້ສະທ້ອນໃຫ້ເຫັນເຖິງຄວາມຕຶງຄຽດຂອງປະຊາຊົນຈໍານວນຫຼາຍທີ່ຕ້ອງໄດ້ດິ້ນຮົນເພື່ອຊື້ອາຫານ ແລະ ຢາໃຫ້ພຽງພໍກັບຄວາມຕ້ອງການ ໂດຍທີ່ຄ່າໃຊ້ຈ່າຍໃນຊີວິດປະຈໍາວັນຂອງພວກເຂົາເພີ່ມສູງຂຶ້ນເລື້ອຍໆ ເຊິ່ງຄ່າເງິນຫຼຸດລົງປະມານ 30% ແລະ ອັດຕາເງິນເຟີເພີ່ມຂຶ້ນສູງເຖິງ 21%.

ການປັບຫຼຸດອັດຕາດອກເບ້ຍລົງຫຼາຍຄັ້ງເຮັດໃຫ້ຕະຫຼາດຫຼົ້ມ ແລະ ເຖິງວ່າຈະມີສຽງວິພາກວິຈານຢ່າງກວ້າງຂວາງ ແຕ່ປະທານາທິບໍດີຂອງຕວັກກີກໍຍັງສະໜັບສະໜຸນນະໂຍບາຍນີ້ ໃນຖານະທີ່ເປັນສ່ວນໜຶ່ງຂອງໂຄງການເສດຖະກິດໃໝ່ ໂດຍເນັ້ນການສົ່ງອອກ, ສິນເຊື່ອ ແລະ ການເຕີບໃຫຍ່ທາງເສດຖະກິດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...