Homeຂ່າວຕ່າງປະເທດຖ້າຫາກເກີດສົງຄາມລະຫວ່າງສອງປະເທດແລ້ວປະເປັນແນວໃດ?

ຖ້າຫາກເກີດສົງຄາມລະຫວ່າງສອງປະເທດແລ້ວປະເປັນແນວໃດ?

Published on

ເກີດຫຍັງຂຶ້ນລະຫວ່າງປະເທດລັດເຊຍ ແລະ ປະເທດຢູເຄນ?

ຢູເຄນມີເຂດແດນທີ່ຕິດກັບເອີຣົບ ແລະ ລັດເຊຍ ແຕ່ປະເທດທີ່ເຄີຍເປັນສ່ວນໜຶ່ງຂອງສະຫະພາບໂຊຫວຽດນີ້ ມີຄວາມກ່ຽວຂ້ອງກັບລັດເຊຍທາງດ້ານສັງຄົມ ແລະ ວັດທະນາທໍາ ອີກທັງພາສາລັດເຊຍກໍຍັງເປັນພາສາທີ່ໃຊ້ກັນຢ່າງແຜ່ຫຼາຍໃນກຸ່ມຄົນຊາວຢູເຄນ

ທີ່ຜ່ານມາລັດເຊຍໄດ້ສະແດງຈຸດຢືນຕໍ່ຕ້ານຢູເຄນທີ່ຈະໄປເຂົ້າຮ່ວມກັບສະຖາບັນຕ່າງໆຂອງອີຢູ (EU) ແລະ ມີຂໍ້ຮຽກຮ້ອງສໍາຄັນວ່າ ຢູເຄນຕ້ອງບໍ່ເຂົ້າຮ່ວມເປັນສະມາຊິກຂອງອົງການສົນທິສັນຍາແອດແລນຕິກເໜືອ (ນາໂຕ) ຫຼື ປະຈໍາການອາວຸດຮ້າຍແຮງຂອງຊາດພັນທະມິດທາງການທະຫານໃນປະເທດ

ມີໂອກາດຫຼາຍປານໃດທີ່ລັດເຊຍຈະບຸກເຂົ້າປະເທດຢູເຄນ?

ຄວາມຂັດແຍ່ງລະຫວ່າງລັດຖະບານຢູເຄນ ແລະ ກຸ່ມແບ່ງແຍກດິນແດນທີ່ປະເທດລັດເຊຍໜຸນຫຼັງຍັງຄົງດໍາເນີນມາຈົນເຖິງປັດຈຸບັນ ແລະ ສິ່ງທີ່ເປັນກັງວົນອີກຢ່າງໜຶ່ງກໍຄືລັດເຊຍໄດ້ເພີ່ມກໍາລັງພົນໄປບໍລິເວນຊາຍແດນລັດເຊຍ-ຢູເຄນ

ໂຄສົກລັດຖະບານຂອງປະເທດລັດເຊຍໄດ້ຮຽກຮ້ອງໃຫ້ທຸກຝ່າຍຢ່າແຕກຕື່ນ ເຖິງຢ່າງໃດກໍຕາມໜ່ວຍງານຮຽບຮຽງຂ່າວຂອງຊາດຕາເວັນຕົກລວມເຖິງຢູເຄນຕ່າງກໍຄິດວ່າການໂຈມຕີ ຫຼື ການບຸກລຸກອາດຈະເກີດຂຶ້ນໃນຊ່ວງຕົ້ນປີ 2022

ເຖິງຢ່າງໃດກໍຕາມນີ້ອາດເປັນພຽງການສະແດງທີ່ເຮັດໃຫ້ຢູເຄນເກີດຄວາມຢ້ານກົວ ເພື່ອທີ່ລັດເຊຍຈະໄດ້ຮັບຄໍາຮັບປະກັນທີ່ຕົນເອງຕ້ອງການຈາກອົງການນາໂຕ ແລະ ໃນວັນທີ 7 ທັນວາ 2021 ທີ່ຜ່ານມາ ປະທານາທິບໍດີສະຫະລັດອາເມລິກາ ທ່ານໂຈໄບເດນ ແລະ ປະທານາທິບໍດີຂອງລັດເຊຍ ທ່ານປູຕິນ ໄດ້ໂອລົມກັນຜ່ານທາງໄກ ເພື່ອຫຼຸດຄວາມກົດດັນທີ່ເກີດຂຶ້ນ ແຕ່ກໍຍັງບໍ່ມີທ່າທີຈະຫຼຸດລົງ

ຖ້າຫາກເກີດສົງຄາມລະຫວ່າງສອງປະເທດແລ້ວຈະເປັນແນວໃດ?

ເຈົ້າໜ້າທີ່ລະດັບສູງໃນໜ່ວຍງານກວດກາຂ່າວຂອງຊາດຕາເວັນຕົກໄດ້ໃຫ້ສໍາພາດກັບນັກຂ່າວວ່າ ຫາກລັດເຊຍຕັດສິນໃຈທີ່ຈະບຸກປະເທດຢູເຄນການສູ້ຮົບອາດຈະແຜ່ຂະຫຍາຍເຂົ້າໄປເຖິງເອີຣົບໄດ້ ແລະ ຖ້າຫາກລັດເຊຍເລີ່ມເຮັດຫຍັງກໍຕາມກໍຈະນໍາໄປສູ່ການໂຕ້ຕອບຈາກຊາດສະມາຊິກນາໂຕ ແລະ ຖ້າຫາກລັດເຊຍຈະເຮັດສົງຄາມກັບຢູເຄນກໍຈະເຮັດໃຫ້ປະຊາຊົນຈໍານວນຫຼາຍຕ້ອງເສຍຊີວິດ ຫຼື ອົບພະຍົບໜີຈາກການສູ້ຮົບ

ແຫຼ່ງຂ່າວ: BBC Thai  

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...