Homeຂ່າວຕ່າງປະເທດຄາດວ່າທ້າຍປີນີ້! ໜອງຄາຍ ຈະກຽມເປີດຮັບນັກທ່ອງທ່ຽວ ລາວ-ຈີນ

ຄາດວ່າທ້າຍປີນີ້! ໜອງຄາຍ ຈະກຽມເປີດຮັບນັກທ່ອງທ່ຽວ ລາວ-ຈີນ

Published on

ໜອງຄາຍ ກຽມເປີດຮັບນັກທ່ອງທ່ຽວ ລາວ-ຈີນ ຄາດວ່າຈະເປີດຊາຍແດນໜອງຄາຍ-ວຽງຈັນທ້າຍປີ 2021 ນີ້.

ໜອງຄາຍ ກຽມສະເໜີການເປີດປະເທດແບບມື້ດຽວ ໄປ-ກັບ ໃນ 1 ວັນ ຫວັງກະຕຸ້ນເສດຖະກິດ. ເຊິ່ງຈະມີແຜນຮັບຄົນຕ່າງປະເທດເຂົ້າປະເທດ ໂດຍບໍ່ຕ້ອງຢູ່ດົນ, ຄົນລາວສາມາດເດີນທາງໄປໄດ້ແຕ່ໜອງຄາຍ ແລະ ອຸດອນເທົ່ານັ້ນ. ສ່ວນຄົນໄທກໍສາມາດໄປໄດ້ແຕ່ນະຄອນຫຼວງວຽງຈັນເທົ່ານັ້ນ, ເພື່ອ: ສຸມໃສ່ການທ່ອງທ່ຽວເຊັ່ນ ໄປຊື້ເຄື່ອງ, ໄປກິນເຂົ້າ, ພາກສ່ວນເອກະຊົນມີຄວາມພ້ອມແລ້ວ ແລະ ບໍ່ຕ້ອງກັງວົນກ່ຽວກັບການຕິດເຊື້ອພະຍາດ ໂຄວິດ-19 ເພາະວ່າສັກວັກຊີນຄົບແລ້ວ.

ແຕ່ໜອງຄາຍຍັງມີຄວາມກັງວົນວ່າ ໜອງຄາຍເອງຈະເປັນພຽງທາງຜ່ານໄປສູ່ການທ່ອງທ່ຽວຢູ່ແຂວງອື່ນໆພາຍໃນປະເທດ ຫຼື ບໍ່, ໂດຍໜອງຄາຍໄດ້ມີການສ້າງສວນກະເສດນໍ້າພຸບຣູໂຊນ ແລນມາກທ່ອງທ່ຽວໃໝ່ຂອງແຂວງໜອງຄາຍ ຄາດວ່າຈະສ້າງສໍາເລັດພາຍໃນຕົ້ນປີໜ້າ ຈາກເງິນລົງທຶນຫຼາຍ 10 ລ້ານບາດ ພາຍໃຕ້ການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ ເພື່ອດຶງດູດໃຫ້ນັກທ່ອງທ່ຽວແວ່ພັກຢ່າງໜ້ອຍ 1 ຄືນ ໂດຍຈະເນັ້ນການກວດຫາເຊື້ອ ໂຄວິດ-19 ແບບ ATK ໃຫ້ກັບບຸກຄົນທີ່ເດີນທາງຂ້າມຊາຍແດນ ໜອງຄາຍ-ວຽງຈັນ.

ໄທຄາດວ່າ ໂຄງການລົດໄຟ ຈີນ-ລາວ ນອກຈາກຈະເປັນການລົງທຶນການສົ່ງອອກ-ນໍາເຂົ້າສິນຄ້າພາຍລະຫວ່າງປະເທດແລ້ວ ຍັງເປັນການເປີດປະຕູບານໃໝ່ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາໄທນໍາອີກດ້ວຍ.

ສ່ວນລາຍລະອຽດເພີ່ມຕື່ມ ພວກເຮົາຈະແຈ້ງໃຫ້ຊາບພາຍຫຼັງ.

ອ້າງອີງ: Thai PBS News, MGR Online

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...