Homeຂ່າວພາຍ​ໃນເກີດຫຍັງຂຶ້ນເມື່ອ "ສຸກອາພອນ ວົງຈຽງຄຳ" ໂພສແບບນີ້?

ເກີດຫຍັງຂຶ້ນເມື່ອ “ສຸກອາພອນ ວົງຈຽງຄຳ” ໂພສແບບນີ້?

Published on

ແຟນບານງົງກັນເປັນແຖວ ເມື່ອ ສຸກອາພອນ ວົງຈຽງຄຳ ກັບຕັນທີມທີມຊາດຊຸດໃຫຍ່ຂອງລາວ ທີ່ໄດ້ເດີນທາງໄປແຂງຂັນທີ່ປະເທດສິງກະໂປໃນ AFF Suzuki Cup 2020 ເຊິ່ງເປັນນັດພົບກັນລະຫວ່າງທີມຊາດມາເລເຊຍ ແລະ ທີມຊາດລາວ ເຊິ່ງຈົບເກມມາເລເຊຍກໍເອົາຊະນະທີມຊາດລາວໄປດ້ວຍ 16:30 ໃນວັນທີ 9 ທັນວາ 2021 ຜ່ານມາ ໄດ້ໂພສແບບມີເລດໄນ ໂດຍມີເນື້ອໃນໃຈຄວາມວ່າ:
“ບໍ່ຕ້ອງຖາມວ່າເກີດຫຍັງຂຶ້ນທຸກຄົນຮູ້ດີ 5 ປີ ຢູ່ກັນມາບໍ່ມີຫຍັງດີຂື້ນເລີຍ ຂ້ອຍເກີດຢູ່ລາວ ຄົນລາວແທ້ໆ ແຕ່ບໍ່ມີສີດຊິເວົ້າຫຍັງເລີຍເບາະ ນີ້ຄືທີມຊາດລາວ ຂອງຄົນລາວທັງປະເທດ ບໍ່ແມ່ນຂອງໃຜຄົນໃດຄົນໜຶ່ງ ເຈັບປວດທີ່ສຸດຮູ້ບໍ? ໄດ້ໂປດ ເຂົ້າໃຈຄົນລາວທັງປະເທດແນ່ ແລະນັກກິລາທຸກຄົນພ້ອມ !! ບໍ່ອີຕົນຂ້ອຍ ກະອີຕົນຄົນເບີ່ງແນ່ເດີ ແນ່ນອນຂ້ອຍສູ້ບໍ່ຖອຍຢູ່ແລ້ວເພື່ອປະເທດຂອງຂ້ອຍ ເຈົ້າເດ້ ຖອຍສາ ຂໍລະ This is my country!!?? ເລືອດຂ້ອຍຄືສີເຂັ້ມກວ່າເລືອດພວກເຈົ້າຢູ່ດອກເນາະ ເຂົ້າໃຈຕາມນີ້ !!”


ໂພສດັ່ງກ່າວ ເຮັດໃຫ້ແຟນຄລັບຫຼາຍຄົນເປັນຫ່ວງ ພ້ອມໃຫ້ກຳລັງໃຈ ແກ່ນັກກິລາລາວຄົນນີ້.

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...