spot_img
Homeຂ່າວຕ່າງປະເທດເປຣມໄຊ ຄະດີເສືອດຳໝົດອິດສະລະພາບຫຼັງຖືກຕັດສິນຈຳຄຸກ 2 ປີ 14 ເດືອນ

ເປຣມໄຊ ຄະດີເສືອດຳໝົດອິດສະລະພາບຫຼັງຖືກຕັດສິນຈຳຄຸກ 2 ປີ 14 ເດືອນ

Published on

ໃນທີ່ສຸດກໍຖືກຕັດອິດສະລະພາບສຳລັບ ທ່ານ ເປຣມໄຊ ການສູດ ໄວ 67 ປີ, ນັກທຸລະກິດຊື່ດັງໃນຖານະກຳມະການບໍລິສັດອີຕາລຽນໄທດີເວລ໊ອບເມັນຈຳກັດ ເມື່ອສານໃນປະເທດໄທໄດ້ພິພາກສາຈຳຄຸກ ຜູ້ກ່ຽວເປັນເວລາ 2 ປີ 14 ເດືອນ ພ້ອມທົດແທນຄ່າເສຍຫາຍ 2 ລ້ານບາດ ເຊິ່ງກ່ຽວຂ້ອງກັບຄະດີລ່າສັດປ່າ (ເສືອດຳ) ທີ່ເຄີຍເປັນຂ່າວໜ້າໜຶ່ງໃນໜັງສືພິມໄທຫຼາຍສະບັບ ໃນຊ່ວງປີ 2018 ຂະນະທີ່ຄົນຂັບລົດ ແລະນາຍພານທີ່ກ່ຽວຂ້ອງກັບຄະດີດັ່ງກ່າວ ກໍຖືກສານຕັດສິນຈຳຄຸກເຊັ່ນກັນ.

ຄະດີ “ເສືອດຳ” ຖືເປັນຄະດີໃຫຍ່ທີ່ໄດ້ຮັບຄວາມສົນໃຈຈາກສັງຄົມພໍສົມຄວນ ນັບແຕ່ມື້ເກີດເຫດການໃນວັນທີ 6 ກຸມພາ 2018 ເນື່ອງຈາກຈຳເລີຍ ເປຣມໄຊ ເປັນນັກທຸລະກິດຊື່ດັງ ພ້ອມທັງມີການເຜີຍແຜ່ພາບສັດປ່າທີ່ຖືກລ່າ ແລະ ຊຳແຫຼະສິ້ນສ່ວນ ໜຶ່ງໃນນັ້ນກໍຄື “ເສືອດຳ” ອັນໄດ້ສ້າງຄວາມຫົດຫູ່ໃຈພໍສົມຄວນ.

ພາບຖ່າຍເມື່ອ 6 ກຸມພາ 2018 ໃນຂະນະທີ່ເຈົ້າໜ້າທີ່ເຂົ້າຈັບກຸມ

ສ່ວນຜູ້ຂັບລົດທີ່ກ່ຽວຂ້ອງກັບຄະດີເສືອດຳ ແມ່ນຖືກຕັດສິນຈຳຄຸກ 2 ປີ 17 ເດືອນ ແລະນາຍພານແມ່ນຖືກຕັດສິນຈຳຄຸກ 2 ປີ 21 ເດືອນ ຂະນະທີ່ແມ່ບ້ານຄົນໜຶ່ງເຊິ່ງມີສ່ວນກ່ຽວຂ້ອງກັບການປົກປິດຄະດີ ກໍຖືກຕັດສິນຈຳຄຸກ 1 ປີ 8 ເດືອນ ພ້ອມປັບໄໝ 4 ໝື່ນບາດໄທ.

ຂໍ້ມູນຈາກ: ເວັບໄຊ ບີບີຊີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...