spot_img
Homeຂ່າວຕ່າງປະເທດMeta ສັ່ງຫ້າມທຸລະກິດທະຫານມຽນມາໂຄສະນາເທິງແພລດຟອມ

Meta ສັ່ງຫ້າມທຸລະກິດທະຫານມຽນມາໂຄສະນາເທິງແພລດຟອມ

Published on

ບໍລິສັດ Meta Platforms Inc ເຊິ່ງເມື່ອກ່ອນເປັນທີ່ຮູ້ຈັກກັນດີໃນນາມ Facebook ໄດ້ປະກາດໃນຖະແຫຼງຂ່າວ ເຊິ່ງຈັດຂຶ້ນໃນວັນທີ 8 ທັນວາ 2021 ຜ່ານມາວ່າ ຈະມີການຫ້າມບໍ່ໃຫ້ທຸລະກິດໃດກໍຕາມທີ່ຄວບຄຸມໂດຍກອງທັບມຽນມາ ສາມາດລົງໂຄສະນາໃນແພລດຟອມຂອງຕົນໄດ້.

ເວັບໄຊ Laotian Times ລາຍງານວ່າ: ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນ ພາຍຫຼັງທີ່ບໍລິສັດປະກາດໃນຊ່ວງຕົ້ນປີນີ້ວ່າ ຈະຫ້າມທຸກອົງການຈັດຕັ້ງທີ່ກ່ຽວຂ້ອງກັບກອງທັບມຽນມາ ສາມາດນຳໃຊ້ແພລດຟອມ Meta ເພື່ອການໂຄສະນາໄດ້ອີກຕໍ່ໄປ ຂະນະທີ່ປັດຈຸບັນ Meta ໄດ້ລົບບັນຊີເພດຈ໌ ແລະກຸ່ມ ທີ່ເຊື່ອມໂຍງກັບທຸລະກິດທີ່ຄວບຄຸມໂດຍກອງທັບມຽນມາອອກຈາກແພລດຟອມຂອງຕົນກວ່າ 100 ບັນຊີແລ້ວ.

ຢ່າງໃດກໍຕາມ, Meta Platforms ໄດ້ຖືກວິພາກວິຈານຢ່າງກວ້າງຂວາງກ່ຽວກັບຄວາມຫຼົ້ມເຫຼວ ໃນການປາບປາມການໂຄສະນາທີ່ສະແດງເຖິງຄວາມກຽດຊັງທາງອອນລາຍໃນມຽນມາ ໂດຍສະເພາະການໂພສສະແດງຄວາມກຽດຊັງທີ່ຍຸແຍ່ໃຫ້ເກີດຄວາມຮຸນແຮງຕໍ່ຊຸມຊົນກຸ່ມນ້ອຍເຊັ່ນ ໂຮຣິງຢາ ທັງທີ່ແພລດຟອມດັ່ງກ່າວຈັດເປັນສື່ທີ່ໂດດເດັ່ນຂອງໂລກ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...