Homeຂ່າວຕ່າງປະເທດອອງຊານ ຊູຈີ ຖືກສານຕັດສິນຕັດອິດສະລະພາບ 4 ປີ ກ່ອນຈະໄດ້ຫຼຸດໂທດເຄິ່ງໜຶ່ງ

ອອງຊານ ຊູຈີ ຖືກສານຕັດສິນຕັດອິດສະລະພາບ 4 ປີ ກ່ອນຈະໄດ້ຫຼຸດໂທດເຄິ່ງໜຶ່ງ

Published on

ທ່ານ ນາງ ອອງຊານ ຊູຈີ ຖືກສານຕັດອິດສະລະພາບ 4 ປີ ຂໍ້ຫາປຸກລະດົມໃຫ້ຊັງກອງທັບ ກ່ອນທີ່ຈະຖືກຫຼຸດໂທດໃຫ້ເຫຼືອສອງປີ.

ຈາກການລາຍງານຂ່າວຂອງ C້annel News Asia ໃຫ້ຮູ້ວ່າ: ໃນວັນທີ 6 ທັນວາ ຜ່ານມາ, ທ່ານ ໂຄສົກລັດຖະບານປະຫານມຽນມາ ເປີດເຜີຍວ່າ: ທ່ານ ນາງ ອອງຊານ ຊູຈີ ອະດີດຜູ້ນຳຂອງມຽນມາ ຖືກຕັດສິນຕັດອິດສະລະພາບ 2 ປີໃນຂໍ້ຫາປຸກລະດົມໃຫ້ຊັງກອງທັບ ແລະ ອີກ 2 ປີ ໃນຂໍ້ຫາລະເມີດໄພທຳມະຊາດທີ່ກ່ຽວຂ້ອງກັບໄວຣັສໂຄວິດ-19.

ຂໍ້ຫາການປຸກລະດົມຂອງ ທ່າງ ນາງ ອອງຊານ ກ່ຽວກັບການປະນາມການຍຶດອຳນາດຂອງກອງທັບ ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ຂອງລາວເປີດເຜີຍ ຫຼັງກອງທັບກໍ່ລັດຖະປະຫານເມື່ອວັນທີ 1 ກຸມພາ ທີ່ຜ່ານມາ, ສ່ວນຂໍ້ຫາລະເມີດມາດຕະການໂຄວິດ-19 ກ່ຽວກັບການເລືອກຕັ້ງເມື່ອປີກ່ອນ ທີ່ພັກ NLD ຊະນະເລືອກຕັ້ງ ແຕ່ບໍ່ມີການເປີດເຜີຍລາຍລະອຽດອື່ນໆເພີ່ມເຕີມ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...