Homeຂ່າວຕ່າງປະເທດແຟນໆ "Spider-Man" ຕີກັນໃນໂຮງໜັງຍ້ອນຍາດກັນຊື້ປີ້ "No Way Home"

ແຟນໆ “Spider-Man” ຕີກັນໃນໂຮງໜັງຍ້ອນຍາດກັນຊື້ປີ້ “No Way Home”

Published on

ບັນດາແຟນໆສະໄປດີ້ ໄດ້ພາກັນຫຼັ່ງໄຫຼໄປຊື້ປີ້ລ່ວງໜ້າສຳລັບໜັງຈະອອກສາຍໃໝ່ເລື່ອງ “Spider-Man: No Way Home.” ແຕ່ແລ້ວກໍເກີດເຫດການວຸ້ນວາຍຂຶ້ນໃນໂຮງໜັງ ໃນເມືອງເຄເອນາວາກາ, ປະເທດແມັກຊິໂກ.

ເວັບໄຊ New York Post ລາຍງານ: ເນື່ອງຈາກການຂາຍປີ້ໜັງເລື່ອງ “Spider-Man: No Way Home.” ຜ່ານທາງອອນລາຍມີຍອດທະລົ່ມທະລາຍຈົນບໍ່ພໍຂາຍ ຜູ້ຄົນຈິ່ງພາກັນໄປຈຸດຂາຍປີ້ໃນໂຮງໜັງ ແຕ່ຍ້ອນສະຖານທີ່ຂາຍປີ້ເກີດເຫດຂັດຂ້ອງ ຈິ່ງເຮັດໃຫ້ບັນດາກຸ່ມແຟນໆດັ່ງກ່າວບໍ່ພໍໃຈ ຍ້ອນຜູ້ໃດກໍຢາກຊື້ປີ້ກ່ອນລ່ວງໜ້າ ຈິ່ງເກີດມີການຊົກຕ່ອຍກັນ ເຮັດໃຫ້ຜູ້ໄປເບິ່ງໜັງໃນໂຮງດັ່ງກ່າວບາງລາຍກໍຖືກລູກຫຼົງໄປຕາມໆກັນ ໂຊກດີບໍ່ມີລາຍງານກ່ຽວກັບຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

“Spider-Man: No Way Home” ນຳສະແດງໂດຍ ປິເຕີ ປາກເກີຣ໌ ມີກຳນົດເຂົ້າສາຍໃນວັນທີ 17 ທັນວາທີ່ຈະມາເຖິງນີ້.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...